ໃນຕອນເຊົ້າຂອງວັນທີ 2 ມິຖຸນາ 2026, ຢູ່ທີ່ຫ້ອງວ່າການແຂວງສະຫວັນນະເຂດ ທ່ານ ບຸນທັນ ບຸນທະວິໄລ ຮອງເລຂາຄະນະບໍລິຫານງານພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ພ້ອມດ້ວຍຄະນະ, ໄດ້ເຂົ້າຢ້ຽມຢາມ ແລະ ພົບປະ ທ່ານ ນາງ ດາວວອນ ໄຊສຸລຽນ ຮອງເລຂາຄະນະບໍລິຫານພັກແຂວງ ປະທານຄະນະກໍາມະການປົກຄອງແຂວງສະຫວັນນະເຂດ ເພື່ອລາຍງານຈຸດປະສົງຂອງການມາເຄື່ອນໄຫວເຮັດວຽກງານ ຢູ່ແຂວງສະຫວັນນະເຂດ. ໃນໂອກາດທີ່ສຳຄັນນີ້, ທ່ານ ປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຂອບໃຈຢ່າງສູງ ມາຍັງຄະນະນໍາອົງການໄອຍະການປະຊາຊົນສູງສຸດ ພ້ອມດ້ວຍຄະນະ ທີ່ໄດ້ມາຢ້ຽມຢາມ ແລະ ເຄື່ອນໄຫວວຽກງານຢ່າງໃກ້ຊິດຕິດແທດ ຢູ່ແຂວງສະຫວັນນະເຂດ.
ຄະນະນຳ ອອປສລ່າສຸດ
ທ່ານ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ເຂົ້າພົບປະການນໍາແຂວງສະຫວັນນະເຂດ
ໂດຍອອປສ
ວັນທີ03 ມິຖຸນາ 2026
ເຂົ້າຊົມ6
ແບ່ງປັນ:

ປະມວນພາບກິດຈະກຳ


