header-bg
History & Development

ປະຫວັດຄວາມເປັນມາ ແລະ ການເຕີບໃຫຍ່ຂະຫຍາຍຕົວ

35 ປີ ແຫ່ງການພັດທະນາ ອົງການໄອຍະການປະຊາຊົນ ແຫ່ງ ສປປ ລາວ (09/01/1990 – 09/01/2025)

history-spp

ການເຕີບໃຫຍ່ຂະຫຍາຍຕົວ

35 ປີ (1990-2025)

ບົດມູນເຊື້ອ

ອົງການໄອຍະການປະຊາຊົນ ແຫ່ງ ສປປ ລາວ ມີວິວັດທະນາການເຕີບໃຫຍ່ ແລະ ຂະຫຍາຍຕົວຜ່ານແຕ່ລະໄລຍະ ໂດຍຕິດພັນກັບການບູລະນະ ແລະ ການພັດທະນາປະເທດຊາດ.

ຈາກ "ກົມໄອຍະການ" ສັງກັດກະຊວງຍຸຕິທຳ, ກ້າວຜ່ານໄລຍະ "ໄອຍະການສານ", ຈົນໄດ້ຮັບການສ້າງຕັ້ງເປັນ "ອົງການໄອຍະການປະຊາຊົນ"ທີ່ເປັນອົງການເອກະລາດ, ເຂັ້ມແຂງ ແລະ ມີລະບົບກົງຈັກຄົບຊຸດແຕ່ສູນກາງຮອດທ້ອງຖິ່ນໃນປັດຈຸບັນ.

ເນື້ອໃນລະອຽດ

ລາຍລະອຽດການພັດທະນາ ແລະ ຜົນງານໃນແຕ່ລະໄລຍະ

ໄລຍະທີໜຶ່ງ (1975 - 1983)

ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ແລະ ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 02 ທັນວາ 1975, ປະເທດເຮົາໄດ້ລົບລ້າງລະບອບ ລາຊາທິປະໄຕ ເຄິ່ງຫົວເມືອງຂຶ້ນ ແລະ ລົບລ້າງບັນດາກົງຈັກການປົກຄອງຂອງລະບອບເກົ່າ ແລະ ສ້າງລະບົບກົງຈັກການຈັດຕັ້ງຂອງລະບອບໃໝ່ຂຶ້ນແທນ. ພັກ ແລະ ລັດຖະບານລາວ ໄດ້ຫັນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍມະຕິຄຳສັ່ງ, ບັນດາອົງການອໍານາດລັດປະຊາ ທິປະໄຕປະຊາຊົນໄດ້ຮັບການປັບປຸງຢ່າງເປັນລະບົບນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ ໃນນັ້ນລວມທັງອົງການໄອຍະການປະຊາຊົນກໍໄດ້ມີການລິເລີ່ມສ້າງຕັ້ງຂຶ້ນ.

ໃນໄລຍະນີ້ວຽກງານໄອຍະການຢູ່ຂັ້ນສູນກາງແມ່ນສ້າງຕັ້ງເປັນກົມໜຶ່ງ ເອີ້ນວ່າ: “ກົມໄອຍະການ” ຂຶ້ນກັບກະຊວງຍຸຕິທໍາ ປະກອບມີພະນັກງານ 12 ທ່ານ ແລະ ຂັ້ນທ້ອງຖິ່ນ ແມ່ນເປັນຂະແໜງໜຶ່ງຂຶ້ນກັບພະແນກຍຸຕິທໍາແຂວງ-ກໍາແພງນະຄອນ ໂດຍມອບໃຫ້ຮອງຫົວໜ້າພະແນກຍຸຕິທໍາ ເປັນຜູ້ເຮັດໜ້າທີ່ແທນໄອຍະການ, ສ່ວນ ຢູ່ຂັ້ນເມືອງ ແມ່ນບໍ່ທັນມີກົງຈັກການຈັດຕັ້ງຂອງອົງການໄອຍະການ ແຕ່ໄດ້ມອບໜ້າທີ່ໃຫ້ ກອງບັນຊາການ ປກສ ເມືອງເຮັດໜ້າທີ່ແທນໄອຍະການ.

ການເຄື່ອນໄຫວວຽກງານໄອຍະການ ໃນເບື້ອງຕົ້ນແມ່ນໄດ້ຖືເອົາ ຄຳສັ່ງເລກທີ 53/ນຍ, ສະບັບລົງວັນທີ 15 ຕຸລາ 1976 ຂອງ ນາຍົກລັດຖະມົນຕີ ກ່ຽວກັບການຈັບຕົວ, ການສືບສວນ ແລະ ຕັດສິນຜູ້ກະທຳຜິດ ເຊິ່ງເປັນບ່ອນອີງໃນການເຄື່ອນໄຫວປະຕິບັດໜ້າທີ່. ຄໍາສັ່ງສະບັບນີ້ຖືວ່າເປັນນິຕິກຳທີ່ສໍາຄັນ ແລະ ມີລັກສະນະປະຫວັດສາດ.

ໄລຍະທີສອງ (1983 - 1990)

ໂດຍປະຕິບັດຕາມມະຕິຕົກລົງຂອງຄະນະປະຈໍາສະພາປະຊາຊົນສູງສຸດ ສະບັບ ເລກທີ 01/83/ສປສ, ລົງວັນທີ 11 ມັງກອນ 1983 ໃນມາດຕາ 5 ໄດ້ກໍານົດວ່າ: “ມອບໃຫ້ ສານສູງສຸດຄຸ້ມຄອງການເຄື່ອນໄຫວ ຂອງອົງການໄອຍະການເປັນການຊົ່ວຄາວ ໃນໄລຍະທີ່ບໍ່ທັນສ້າງຕັ້ງສະຖາບັນອະທິໄອຍະການຂຶ້ນ”.

ວຽກງານໄອຍະການໄລຍະນີ້ຈຶ່ງໄດ້ຮັບການປັບປຸງ ແລະ ປ່ຽນແປງມາເປັນພາກສ່ວນໜຶ່ງຂອງສານປະຊາຊົນສູງສຸດ. ຢູ່ຂັ້ນທ້ອງຖິ່ນແມ່ນມອບໃຫ້ຮອງຫົວໜ້າພະແນກຍຸຕິທໍາແຂວງ-ກໍາແພງນະຄອນ ເຮັດໜ້າທີ່ເປັນທັງຫົວໜ້າໄອຍະການ ແລະ ຫົວໜ້າສານ ດັ່ງນັ້ນ, ຈຶ່ງເອີ້ນວ່າ: “ໄອຍະການສານ ຫຼື ສານໄອຍະການ”.

ໃນປີ 1986 ພັກ ແລະ ລັດຖະບານເຮົາ ໄດ້ດຳເນິນພາລະກິດປ່ຽນແປງໃໜ່ຢ່າງຮອບດ້ານ. ລັດຖະທໍາມະນູນສະບັບທຳອິດຂອງ ສປປ ລາວ ຈຶ່ງໄດ້ຖືກສ້າງຂຶ້ນ ແລະ ປະກາດໃຊ້ໃນວັນທີ 15 ສິງຫາ 1991.

📌 ຂີດໝາຍສຳຄັນ:

ກອງປະຊຸມສະໄໝສາມັນ ຂອງສະພາປະຊາຊົນສູງສຸດ ຊຸດທີ II ໄດ້ຮັບຮອງເອົາກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ ສະບັບທຳອິດ (23/11/1989) ແລະ ປະກາດໃຊ້ໂດຍລັດຖະດໍາລັດຂອງປະທານປະເທດ ສະບັບ ເລກທີ 5/ປທ, ລົງວັນທີ 09 ມັງກອນ 1990 ເຊິ່ງຖືເປັນ "ວັນສ້າງຕັ້ງອົງການໄອຍະການປະຊາຊົນ" ຢ່າງເປັນທາງການ.

ໄລຍະທີສາມ (1990 - 2009)

ອົງການໄອຍະການປະຊາຊົນ ໄດ້ຮັບການສ້າງຕັ້ງເປັນອົງການເອກະລາດ ທີ່ເຄື່ອນໄຫວພາຍໃຕ້ລັດຖະທໍາມະນູນ ແລະ ກົດໝາຍ. ຢູ່ຂັ້ນສູນກາງແມ່ນມີ “ອົງການອະທິໄອຍະການປະຊາຊົນ”. ພ້ອມກັນນັ້ນ ອົງການໄອຍະການທະຫານ ກໍໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 28 ກັນຍາ 1993.

ໃນປີ 2003 ກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ ໄດ້ມີການປັບປຸງເປັນຄັ້ງທໍາອິດ (ສະບັບເລກທີ 06/ສພຊ, 21/10/2003), ໄດ້ປ່ຽນຊື່ມາເປັນ “ອົງການໄອຍະການປະຊາຊົນສູງສຸດ”. ພ້ອມກັນນັ້ນກໍໄດ້ສ້າງຕັ້ງ “ອົງການໄອຍະການປະຊາຊົນຂັ້ນອຸທອນ” ຂຶ້ນ (ຕໍ່ມາປ່ຽນຊື່ເປັນ ອົງການໄອຍະການປະຊາຊົນພາກ ໃນປີ 2009).

ໄລຍະທີສີ່ (2009 - 2020)

ກອງປະຊຸມສະໄໝສາມັນເທື່ອທີ 8 ສະພາແຫ່ງຊາດຊຸດທີ VI ໄດ້ຮັບຮອງເອົາກົດໝາຍວ່າດ້ວຍ ອົງການໄອຍະການປະຊາຊົນ ສະບັບປັບປຸງ (ຄັ້ງທີ 2) ເລກທີ 10/ສພຊ, ລົງວັນທີ 26 ພະຈິກ 2009.

ຕໍ່ມາໃນປີ 2017 ໄດ້ຮັບຮອງເອົາກົດໝາຍສະບັບປັບປຸງ (ຄັ້ງທີ 3) ເລກທີ 21/ສພຊ, ລົງວັນທີ 10 ພຶດສະພາ 2017 ເພື່ອຍົກສູງຄຸນນະພາບການປະຕິບັດໜ້າທີ່.

ກົງຈັກການຈັດຕັ້ງ:

ສ້າງຕັ້ງອົງການໄອຍະການປະຊາຊົນເຂດ 39 ເຂດ, ອົງການໄອຍະການປະຊາຊົນພາກ 3 ພາກ.

ບຸກຄະລາກອນ:

ມີພະນັກງານທັງໝົດ 1,677 ຄົນ (ຍິງ 604 ຄົນ).

ໄລຍະທີຫ້າ (2021 - 2025)

ລະບົບການຈັດຕັ້ງໄດ້ຮັບການປັບປຸງສູ່ຄຸນນະພາບ. ຕາມກົດໝາຍປີ 2017 ມາດຕາ 18, ໄດ້ກຳນົດຫຼັກການໃຫ້ເມືອງ, ເທດສະບານ, ນະຄອນ ທີ່ມີເງື່ອນໄຂ ສາມາດສ້າງຕັ້ງອົງການໄອຍະການປະຊາຊົນຂຶ້ນ. ປະຈຸບັນໄດ້ສ້າງຕັ້ງ ຫ້ອງການອົງການໄອຍະການເຂດປະຈໍາເມືອງ 21 ເມືອງ.

ອົງການໄອຍະການປະຊາຊົນ ຍຶດໝັ້ນ 4 ຮັບປະກັນ ຄື: ຮັບປະກັນຄວາມຖືກຕ້ອງ, ຍຸຕິທໍາ, ໂປ່ງໃສ ແລະ ທັນຕາມກໍານົດເວລາ.

ມາຮອດປັດຈຸບັນ, ກົງຈັກການຈັດຕັ້ງປະກອບມີ: ອົງການໄອຍະການປະຊາຊົນສູງສຸດ (1 ຫ້ອງການ, 8 ກົມ, 1 ສະຖາບັນ), 3 ພາກ, 17 ແຂວງ, 1 ນະຄອນຫຼວງ ແລະ 46 ເຂດ. ມີພະນັກງານທັງໝົດ 1,636 ຄົນ.

ກົງຈັກການຈັດຕັ້ງ (2024)

  • ສູງສຸດ: 1 ຫ້ອງການ, 8 ກົມ, 1 ສະຖາບັນ
  • ທ້ອງຖິ່ນ: 3 ພາກ, 18 ແຂວງ/ນະຄອນຫຼວງ, 46 ເຂດ
  • ທະຫານ: 50 ກົມກອງ

ບຸກຄະລາກອນ (2024)

ລວມທັງໝົດ 1,652 ຄົນ

ຍິງ: 614ສູນກາງ: 238ທ້ອງຖິ່ນ: 1,414

ສະຖິຕິການແກ້ໄຂຄະດີ ໄລຍະປີ 2006 - 2024

📍 ໄລຍະປີ 2006-2010
ສະເລ່ຍທົ່ວປະເທດ:81.71%
ອອປສ (ສູງສຸດ): 3,451/4,048 ເລື່ອງ85.25%
ອອປ 03 ພາກ: 3,420/4,285 ເລື່ອງ79.81%
ອອປ ແຂວງ/ນຄ: 13,898/17,357 ເລື່ອງ80.07%

* ຄວາມສາມາດເພີ່ມຂຶ້ນ 17.67% ໃນຂັ້ນແຂວງ

📍 ໄລຍະປີ 2010-2014
91.69%

ອັດຕາແກ້ໄຂທົ່ວປະເທດ

ຄະດີທັງໝົດ:53,880 ເລື່ອງ
ແກ້ໄຂໄດ້:49,403 ເລື່ອງ
📈 ເພີ່ມຂຶ້ນ 9.98% ຈາກໄລຍະກ່ອນ
📍 ໄລຍະປີ 2015-2018
ສະເລ່ຍທົ່ວປະເທດ:92.10%
ອອປສ (ສູງສຸດ): 1,753/2,215 ເລື່ອງ79.14%
ອອປ 03 ພາກ: 2,734/2,752 ເລື່ອງ99.34%
ອອປ ແຂວງ/ນຄ: 38,421/39,273 ເລື່ອງ97.83%

* ເພີ່ມຂຶ້ນ 0.41% ເມື່ອທຽບໃສ່ໄລຍະ 2010-2014

📍 ໄລຍະປີ 2021-2024ປະຈຸບັນ

ອາຍາຂັ້ນຕົ້ນ

41,734 / 42,307 ເລື່ອງ

97.09%

ອາຍາຂັ້ນອຸທອນ

1,637 / 1,688 ເລື່ອງ

96.98%

ສານຕັດສີນຕາມ

99.49%

ອາຍາຂັ້ນລົບລ້າງ

653 ເລື່ອງ

* ອ້າງອີງຂໍ້ມູນຈາກບົດສະຫຼຸບວຽກງານຕິດຕາມກວດກາການດຳເນີນຄະດີ ຕາມຄຳສັ່ງເລກທີ 010/ອອປສ

ວຽກງານພົວພັນ ແລະ ຮ່ວມມືກັບຕ່າງປະເທດ

ຕະຫຼອດໄລຍະ 35 ປີ ຜ່ານມາ, ອົງການໄອຍະການປະຊາຊົນສູງສຸດ ໄດ້ເພີ່ມທະວີການພົວພັນຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດ, ບັນດາປະເທດອາຊຽນ ແລະ ສາກົນ ຢ່າງກວ້າງຂວາງ ແລະ ເຂົ້າສູ່ລວງເລິກ:

ສສ ຫວຽດນາມ
  • • ແລກປ່ຽນຄະນະຜູ້ແທນຂັ້ນສູງຮ່ວມກັນ 35 ຄັ້ງ
  • • ສົ່ງພະນັກງານໄປຝຶກອົບຮົມວິຊາສະເພາະ 15 ຄັ້ງ (264 ທຶນ)
  • • ຈັດກອງປະຊຸມໄອຍະການແຂວງທີ່ມີຊາຍແດນຕິດກັນ 05 ຄັ້ງ
ສປ ຈີນ
  • • ແລກປ່ຽນຄະນະຜູ້ແທນຂັ້ນສູງຮ່ວມກັນ 35 ຄັ້ງ
  • • ສົ່ງພະນັກງານໄປຝຶກອົບຮົມ 07 ຄັ້ງ (106 ທຶນ)
  • • ເປັນເຈົ້າພາບກອງປະຊຸມຫົວໜ້າໄອຍະການສູງສຸດ ຈີນ-ອາຊຽນ ຄັ້ງທີ 10
ຜົນສຳເລັດດ້ານນິຕິກຳ ແລະ ສາກົນ

ສຳເລັດການເຊັນບົດບັນທຶກຄວາມຈຳ ແລະ ສັນຍາຮ່ວມມືຫຼາຍກວ່າ 05 ສະບັບ

ແກ້ໄຂຄຳຮ້ອງຂໍຄວາມຮ່ວມມືທາງອາຍາ (MLA) ທັງໝົດ 84 ເລື່ອງ

ພົວພັນຮ່ວມມືກັບບັນດາປະເທດ ອາຊຽນ, ສ.ກົວເຣຍ, ລາຊະອານາຈັກ ກຳປູເຈຍ ແລະ ອົງການສາກົນອື່ນໆ

ວິໄສທັດຮອດປີ 2035

"ສ້າງອົງການໄອຍະການປະຊາຊົນ ໃຫ້ມີການຫັນປ່ຽນຕາມທິດກ້າວໜ້າ ແລະ ທັນສະໄໝ, ມີກົງຈັກເຂັ້ມແຂງ, ບຸກຄະລາກອນໜັກແໜ້ນ, ຮັບປະກັນຄວາມຍຸຕິທຳ ແລະ ເຊື່ອມໂຍງສາກົນ."

ຍຸດທະສາດການພັດທະນາ 10 ປີ (2021-2030)

1

ພັດທະນາຄຸນນະພາບ

ການຕິດຕາມກວດກາ ແລະ ສັ່ງຟ້ອງ ໃຫ້ໄດ້ 95%.

2

ພັດທະນາບຸກຄະລາກອນ

ສ້າງຜູ້ຊ່ຽວຊານ, ເກັ່ງພາສາ ແລະ ເຕັກໂນໂລຊີ.

3

ພັດທະນາກົງຈັກ

ກະທັດຮັດ, ຄົບຊຸດ ແລະ ມີປະສິດທິພາບ.

4

ພັດທະນາພື້ນຖານວັດຖຸ

ກໍ່ສ້າງຫ້ອງການຖາວອນ, ຕອບສະໜອງພາຫະນະ.

5

ເຊື່ອມໂຍງສາກົນ

ຮ່ວມມືຍຸຕິທຳທາງອາຍາ ແລະ ສົ່ງຜູ້ຮ້າຍຂ້າມແດນ.

ໃນ 05 ປີຕໍ່ໜ້າ ຕ້ອງສຸມໃສ່ປະຕິບັດ 06 ແຜນງານ ແລະ 25 ໂຄງການ ດັ່ງນີ້:

1
ແຜນງານ ຍົກສູງຄຸນນະພາບ ການຕິດຕາມກວດກາການປະຕິບັດກົດໝາຍ
1.1 ໂຄງການ ຕິດຕາມກວດກາທົ່ວໄປ

ຍົກສູງຂີດຄວາມສາມາດ ໃນການຕິດຕາມກວດກາການປະຕິບັດກົດໝາຍ ຂອງບັນດາອົງການຈັດຕັ້ງພັກ-ລັດ, ມວນຊົນ, ນິຕິບຸກຄົນ ແລະ ພົນລະເມືອງ, ເອົາໃຈໃສ່ຄົ້ນຄວ້າ ແລະ ແກ້ໄຂຄຳຮ້ອງ ຂອງປະຊາຊົນ, ຄຳສະເໜີ ຂອງອົງການຈັດຕັ້ງທີ່ກ່ຽວຂ້ອງ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍ, ປະສານສົມທົບ ກັບບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງ ເພື່ອແກ້ໄຂວຽກງານດັ່ງກ່າວໃຫ້ວ່ອງໄວ ແລະ ຖືກຕ້ອງຕາມລະບຽບກົດໝາຍ.

1.2 ໂຄງການ ຕິດຕາມກວດກາການປະຕິບັດກົດໝາຍ ຂອງອົງການສືບສວນ-ສອບສວນ

ຕິດຕາມກວດກາອົງການສືບສວນ-ສອບສວນ ໃນການດຳເນີນຄະດີຕາມກົດໝາຍ ເປັນຕົ້ນແມ່ນການນຳໃຊ້ບັນດາມາດຕະການຕ່າງໆ ເຊັ່ນ: ການອອກຄຳສັ່ງຈັບຕົວ, ກັກຕົວ, ກັກຂັງພາງ, ການອອກຄຳສັ່ງເປີດການສືບສວນ ຫຼື ບໍ່ເປີດການສືບສວນ, ການອອກຄຳສັ່ງກວດຄົ້ນເຄຫະສະຖານ, ການຍຶດ ແລະ ອາຍັດຊັບໃຫ້ໄປຕາມກົດໝາຍກຳນົດໄວ້ຢ່າງເຂັ້ມງວດ.

1.3 ໂຄງການ ຕິດຕາມກວດກາການປະຕິບັດກົດໝາຍ ໃນການດຳເນີນຄະດີຢູ່ສານ

ໄດ້ຍົກສູງຄຸນນະພາບ ການຕິດຕາມກວດກາການປະຕິບັດກົດໝາຍ ໃນການດຳເນີນຄະດີຢູ່ສານ ໂດຍການແຕ່ງຕັ້ງພະນັກງານໄອຍະການ ຕິດຕາມກວດກາການດຳເນີນຄະດີຢູ່ສານ ແລະ ເຂົ້າຮ່ວມປະຊຸມສານ ຢູ່ແຕ່ລະຂັ້ນ ຢ່າງເປັນປົກກະຕິ ພ້ອມນັ້ນ ກໍປະສານສົມທົບກັບສານປະຊາຊົນໃນການຄົ້ນຄວ້າອອກຂໍ້ກຳນົດ, ລະບຽບການໃນການເຂົ້າຮ່ວມຕິດຕາມກວດກາ ຂອງໄອຍະການປະຊາຊົນ ໃນການດຳເນີນຄະດີຢູ່ສານ ແລະ ທີ່ປະຊຸມສານຂັ້ນຕ່າງໆ (ຂັ້ນຕົ້ນ, ຂັ້ນອຸທອນ, ຂັ້ນລົບລ້າງ), ນັບທັງຄະດີແພ່ງ ແລະ ຄະດີອາຍາ.

1.4 ໂຄງການ ຕິດຕາມກວດກາການປະຕິບັດກົດໝາຍ ໃນການປະຕິບັດຄຳຕັດສິນຂອງສານ

ສ້າງຄຳແນະນຳ ກ່ຽວກັບ ການຕິດຕາມກວດກາການປະຕິບັດກົດໝາຍ ໃນການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ໃຫ້ອົງການໄອຍະການປະຊາຊົນທຸກຂັ້ນຮັບຮູ້ ເພື່ອເປັນເອກະພາບໃນການຈັດຕັ້ງປະຕິບັດຕົວຈິງ, ສ້າງແຜນຕິດຕາມກວດກາການຈັດຕັ້ງປະຕິບັດກົດໝາຍ ໃນການຈັດຕັ້ງປະຕິບັດຄຳຕັດສິນ ແລະ ຄຳພິພາກສາຂອງສານ ທີ່ໄດ້ໃຊ້ຢ່າງເດັດຂາດ, ຊອກໃຫ້ເຫັນບັນດາປາກົດການຈັດຕັ້ງປະຕິບັດທີ່ບໍ່ໄປຕາມຄຳຊີ້ຂາດ, ຄຳຕັດສິນ ແລະ ຄຳພິພາກສາ ທີ່ໃຊ້ໄດ້ຢ່າງເດັດຂາດຂອງສານ ໃນກໍລະນີການລະເມີດກົດໝາຍ ຕ້ອງປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງແກ້ໄຂໃຫ້ທັນເວລາ.

1.5 ໂຄງການ ຕິດຕາມກວດກາການປະຕິບັດກົດໝາຍ ໃນສະຖານທີ່ກັກຕົວ, ກັກຂັງ, ສູນດັດສ້າງ, ຄ້າຍດັດສ້າງ

ໄດ້ຕິດຕາມກວດກາການປະຕິບັດກົດໝາຍ ໃນສະຖານທີ່ກັກຕົວ, ສະຖານທີ່ກັກຂັງ, ສູນດັດສ້າງ, ຄ້າຍດັດສ້າງ, ສະຖານທີ່ປະຕິບັດມາດຕະການບັງຄັບອື່ນໆ ຂອງສານ ແລະ ຫັນເອົາພະນັກງານໄອຍະການ ລົງປະຈຳຢູ່ຄ້າຍຄຸມຂັງ-ດັດສ້າງ ຢ່າງເປັນປົກກະຕິ.

1.6 ໂຄງການ ສ້າງ ແລະ ປັບປຸງນິຕິກຳ

ປັບປຸງກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ ໃຫ້ສອດຄ່ອງກັບລັດຖະທຳມະນູນ ແລະ ປັບປຸງກົດໝາຍວ່າດ້ວຍການດຳເນີນຄະດີອາຍາ ແລະ ບັນດານິຕິກຳກ່ຽວຂ້ອງ ເປັນຕົ້ນຂໍ້ຕົກລົງຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງການ, ບັນດາກົມ, ສະຖາບັນ ແລະ ອົງການໄອຍະການແຕ່ລະຂັ້ນ.

1.7 ໂຄງການ ປັບປຸງລະບົບຂໍ້ມູນ-ຂ່າວສານ, ວາລະສານໄອຍະການ

ປັບປຸງລະບົບການລາຍງານສະຖິຕິການແກ້ໄຂຄະດີ ຂອງອົງການໄອຍະການປະຊາຊົນແຕ່ລະຂັ້ນ ໃຫ້ເປັນລະບົບປົກກະຕິ, ຊັດເຈນ ແລະ ທັນເວລາສອດຄ່ອງກັບສະພາບຕົວຈິງ ແລະ ຄຸ້ມຄອງກວດກາ ລະບົບໄອຊີທີ, ປັບປຸງລະບົບຖານຂໍ້ມູນ ຂອງອົງການໄອຍະການປະຊາຊົນ ໃຫ້ສາມາດໃຊ້ງານໄດ້ຢ່າງມີປະສິດທິຜົນ.

2
ແຜນງານ ພັດທະນາບຸກຄະລາກອນ
2.1 ໂຄງການ ສຶກສາອົບຮົມການເມືອງ-ແນວຄິດ

ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ ໃນລະບົບອົງ ການໄອຍະການປະຊາຊົນ ໃຫ້ມີທັດສະນະຫຼັກໝັ້ນຊົນຊັ້ນ ແລະ ມີຄຸນສົມບັດສິນທຳປະຕິວັດ, ຈັນຍາບັນ, ຈັນຍາ ທຳ ດ້ວຍວິທີການຈັດປາຖະກະຖາເລົ່າມູນ ເຊື້ອວັນສໍາຄັນຕ່າງໆຂອງພັກ, ຂອງຊາດ ແລະ ສາກົນ, ເຊື່ອມຊຶມບັນດາເອກະສານ ແລະ ນິຕິກໍາຕ່າງໆ ຂອງພັກ ຂອງລັດ ໃນແຕ່ລະໄລຍະເປັນປົກກະຕິຕໍ່ເນື່ອງ;

2.2 ໂຄງການ ພັດທະນາດ້ານວຽກງານວິຊາສະເພາະ

ຍົກລະດັບໃຫ້ແກ່ພະນັກງານອົງການໄອຍະການປະຊາຊົນ ທາງດ້ານຄວາມຮູ້ຄວາມສາມາດ ໃນວຽກງານວິຊາສະເພາະ, ວິຊາການ, ເຕັກນິກ ແລະ ພາສາຕ່າງປະເທດ ໃຫ້ເປັນລະບົບຕໍ່ເນື່ອງ ແລະ ມີຈຸດສຸມ ແນໃສ່ຮັບ ປະກັນທາງດ້ານຄຸນນະພາບ.

2.3 ໂຄງການ ພັດທະນາຍົກລະດັບ ດ້ານພາສາຕ່າງປະເທດ ແລະ ເຕັກນິກ, ເຕັກໂນໂລຊີ

ໄດ້ນໍາສົ່ງພະນັກງານໄປບໍາລຸງ ຍົກລະດັບທາງດ້ານພາສາຕ່າງປະເທດ ແລະ ຄວາມຮູ້ກ່ຽວກັບການນໍາໃຊ້ຄອມພິວເຕີ ກັບທີ່ ແລະ ສົ່ງໄປຍົກລະດັບຢູ່ພາຍໃນ ແລະ ຕ່າງປະເທດ.

2.4 ໂຄງການ ຍົກລະດັບຊີວິດການເປັນຢູ່ ຂອງພະນັກງານ-ລັດຖະກອນ

ເອົາໃຈໃສ່ຊຸກຍູ້ໃຫ້ຄອບຄົວພະນັກງານ-ລັດຖະກອນ ໂດຍການສ້າງກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແລະ ສ້າງເສດຖະກິດຄອບຄົວຕາມຄວາມເໝາະສົມ ເພື່ອສ້າງເງື່ອນໄຂ ໃຫ້ພະນັກງານ-ລັດຖະກອນ ໃນລະບົບອົງການໄອຍະການປະຊາຊົນ ລຸດພົ້ນອອກຈາກຄວາມທຸກຍາກ.

3
ແຜນງານ ພັດທະນາລະບົບການຈັດຕັ້ງ
3.1 ໂຄງການ ປັບປຸງ ບູລະນະກົງຈັກການຈັດຕັ້ງ

ປັບປຸງກົງຈັກການຈັດຕັ້ງ ໂດຍຂຶ້ນແຜນກຳນົດພະນັກງານນໍາພາ-ຄຸ້ມຄອງ, ກໍານົດຕຳແໜ່ງງານ ຂອງອົງການໄອຍະການປະຊາຊົນແຕ່ລະຂັ້ນ ໃຫ້ຈະແຈ້ງ, ຊັດເຈນ ໂດຍສະເພາະອົງການໄອຍະການປະຊາຊົນຂັ້ນ ທ້ອງຖິ່ນ. ພ້ອມກັນນັ້ນກໍຄົ້ນຄວ້າປັບປຸງລະບົບກົງຈັກການຈັດຕັ້ງ ຂອງອົງການໄອຍະການປະຊາຊົນໃຫ້ສອດຄ່ອງ ກັບລັດຖະທໍາມະນູນ ແລະ ກົດໝາຍ;

4
ແຜນງານ ພັດທະນາ ແລະ ກໍ່ສ້າງພື້ນຖານໂຄງລ່າງ
4.1 ໂຄງການ ການວາງແຜນ ແລະ ປະຕິບັດແຜນພັດທະນາແຕ່ລະໄລຍະ

ສ້າງຄວາມເຂັ້ມແຂງກ່ຽວກັບວຽກງານແຜນການ ໃຫ້ອົງການໄອຍະການປະຊາຊົນທົ່ວປະເທດ ດ້ວຍການຂຽນປື້ມຄູ່ມື ການສ້າງແຜນພັດທະນາ ແລະ ໄດ້ສໍາເລັດການຈັດຕັ້ງເຜີຍແຜ່.

4.2 ໂຄງການ ປົກປັກຮັກສາ, ນໍາໃຊ້ ແລະ ສ້ອມແປງຫ້ອງການ

ຊຸກຍູ້ອົງການໄອຍະການປະຊາຊົນແຂວງ-ນະຄອນຫຼວງວຽງຈັນ ແລະ ເຂດ ເພື່ອປຸກລະດົມທຶນຮອນເຂົ້າໃນການປົກປັກຮັກສາ, ສ້ອມແປງ, ຕໍ່ເຕີມສະຖານທີ່ເຮັດວຽກ ໃຫ້ສົມບູນ ແລະ ມີປະສິດທິຜົນ;

4.3 ໂຄງການປຸກສ້າງຫ້ອງການ ອົງການໄອຍະການປະຊາຊົນ ແລະ ການຊໍາລະໂຄງການກໍ່ສ້າງ

ໄດ້ສໍາເລັດການຄົ້ນຄວ້າຊໍາລະໜີ້ສິນໂຄງການທີ່ເກີດຂຶ້ນໃນແຕ່ລະປີຢ່າງເປັນປົກກະຕິ, ປີ 2021-2024 ຈໍານວນໂຄງການກໍ່ສ້າງສໍາເລັດ 07 ໂຄງການ, ສືບຕໍ່ກໍ່ສ້າງມີ 02 ໂຄງການ, ຊໍາລະແລ້ວຈໍານວນ 07 ໂຄງການ.

4.4 ໂຄງການ ສ້າງແຜນງົບປະມານ ແລະ ຄຸ້ມຄອງລາຍຮັບ-ລາຍຈ່າຍ 05 ປີ

ສ້າງແຜນງົບປະມານ ແລະ ຄຸ້ມຄອງປະຕິບັດລາຍຮັບ-ລາຍຈ່າຍ ງົບປະມານ ແຕ່ປີ 2021 ເຖິງ ປີ 2025 ໃຫ້ເປັນລະບົບ, ລະອຽດຈະແຈ້ງ ແລະ ມີຄວາມໂປ່ງໃສ ໃນແຕ່ລະບ້ວງ, ຮ່ວງ ແລະ ລູກຮ່ວງ;

4.5 ໂຄງການ ສະໜອງ ແລະ ຄຸ້ມຄອງພາຫະນະ, ອຸປະກອນຮັບໃຊ້

ສະໜອງວັດຖຸອຸປະກອນ ຮັບໃຊ້ເຂົ້າໃນການເຄື່ອນໄຫວວຽກງານວິຊາສະເພາະ ຕາມສະພາບ, ເງື່ອນໄຂ ແລະ ການອະນຸມັດຕົວຈິງ ໃນແຕ່ລະສົກປີ ພ້ອມນັ້ນ ກໍໄດ້ຊຸກຍູ້ໃຫ້ ອົງການໄອຍະການປະຊາຊົນ ທົ່ວປະເທດ ຄຸ້ມຄອງ, ປົກປັກຮັກສາວັດຖຸອຸປະກອນ, ຕຶກອາຄານ, ພາຫະນະ ໃຫ້ມີຄວາມສະອາດຈົບງາມ ແລະ ສາມາດນໍາໃຊ້ໄດ້ຍາວນານ.

5
ແຜນງານ ຮ່ວມມືກັບຕ່າງປະເທດ
5.1 ໂຄງການ ຄົ້ນຄວ້າສົນທິສັນຍາ

ສໍາເລັດການລົງນາມສົນທິສັນຍາ ວ່າດ້ວຍການສົ່ງຜູ້ຮ້າຍຂ້າມແດນ ລະຫວ່າງ ສປປ ລາວ ກັບ ສສ ຫວຽດ ນາມ ແລະ ໄດ້ເຂົ້າຮ່ວມເປັນຄະນະຄົ້ນຄວ້າ ສົນທິສັນຍາອາຊຽນ ວ່າດ້ວຍການສົ່ງຜູ້ຮ້າຍຂ້າມແດນ ຮ່ວມກັບ ກອງເລຂາອາຊຽນ ແລະ ບັນດາປະເທດສະມາຊິກອາຊຽນ 09 ຄັ້ງ ແລະ ສໍາເລັດການເປັນເຈົ້າພາບຈັດກອງປະຊຸມເຈລະຈາ ຄັ້ງທີ 10 ທີ່ ສປປ ລາວ ເປັນເຈົ້າພາບ ໃນວັນທີ 19-21 ສິງຫາ 2024.

5.2 ໂຄງການ ຮ່ວມມືຍຸຕິທໍາ

ສໍາເລັດການຄົ້ນຄວ້າ ແລະ ຮັບຮອງ ປຶ້ມຄູ່ມືການຮ່ວມມືທາງອາຍາລະຫວ່າງປະເທດ ເພື່ອເປັນພື້ນ ຖານໃຫ້ແກ່ວຽກງານຮ່ວມມື ລະຫວ່າງ ປະເທດທາງອາຍາ ໃນຂອບເຂດທົ່ວປະເທດ ແລະ ສໍາເລັດການຄົ້ນຄວ້າຄໍາຮ້ອງຂໍຄວາມຮ່ວມມືທາງອາຍາ ທັງໝົດ 84 ເລື່ອງ.

5.3 ໂຄງການ ຮ່ວມມືກັບອົງການໄອຍະການປະຊາຊົນ ສສ ຫວຽດນາມ

ປະຕິບັດບົດບັນທຶກຊ່ວຍຈໍາ ລະຫວ່າງ ສອງອົງການໄອຍະການປະຊາຊົນ ແລະ ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຄະນະວິຊາການນໍາກັນ ຈໍານວນ 07 ຄັ້ງ, ນໍາສົ່ງພະນັກງານໄປຝຶກອົບຮົມທີ່ໂຮງຮຽນບໍາລຸງສ້າງ ນະຄອນໂຮ່ຈີມິງ ຈໍານວນ 60 ຄົນ, ພ້ອມກັນນັ້ນກໍເອົາໃຈໃສ່ໃຫ້ການຊ່ວຍເຫຼືອ ແລະ ຮ່ວມມືທາງອາຍາ ແລະ ແພ່ງ ຕາມການຮ້ອງຂໍ ແລະ ຍາດແຍ່ງເອົາການຊ່ວຍເຫຼືອດ້ານວິຊາການ ແລະ ທຶນຮອນເພື່ອພັດທະນາອົງການໄອຍະການປະຊາຊົນໃຫ້ເຂັ້ມແຂງ.

5.4 ໂຄງການ ຮ່ວມມືກັບອົງການໄອຍະການປະຊາຊົນ ສປ ຈີນ

ປະຕິບັດບົດບັນທຶກຊ່ວຍຈໍາ ລະຫວ່າງ ສອງອົງການ ແລະ ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຄະ ນະວິຊາການນໍາກັນ ຈໍານວນ 09 ຄັ້ງ, ນໍາສົ່ງພະນັກງານໄປຝຶກອົບຮົມຈໍານວນໜຶ່ງ, ພ້ອມກັນນັ້ນກໍເອົາໃຈໃສ່ໃຫ້ການຊ່ວຍເຫຼືອ ແລະ ຮ່ວມມືທາງອາຍາ ແລະ ແພ່ງ ຕາມການຮ້ອງຂໍ ແລະ ຍາດແຍ່ງເອົາການຊ່ວຍເຫຼືອ ດ້ານວິຊາການ ແລະ ທຶນຮອນ ເພື່ອພັດທະນາອົງການໄອຍະການປະຊາຊົນ ໃຫ້ເຂັ້ມແຂງ.

5.5 ໂຄງການ ຮ່ວມມືກັບປະເທດອາຊຽນ ແລະ ປະເທດອື່ນໆ

ປະຕິບັດບົດບັນທຶກຊ່ວຍຈໍາ ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສ ປປລາວ ກັບ ລະ ຫວ່າງປະເທດສະມາຊິກອາຊຽນ ເປັນຕົ້ນ: ລາວ-ກໍາປູເຈຍ, ລາວ-ໄທ, ລາວ-ສິງກະໂປ, ລາວ-ມຽນມາ ກ່ຽວກັບ ການແລກປ່ຽນຄະນະຜູ້ແທນຂັ້ນສູງ, ຄະນະວິຊາການ, ການກໍ່ສ້ງພະນັກງານ ແລະ ການແລກປ່ຽນຂໍ້ມູນຂ່າວສານເຊິ່ງກັນ ແລະ ກັນ. ນອກຈາກນັ້ນ, ຍັງໄດ້ປະສານສົມທົບ ແລະ ເພີ່ມທະວີສາຍພົວພັນຮ່ວມມືກັບປະເທດຕ່າງໆເປັນຕົ້້ນ: ລາວ-ຍີ່ປຸ່ນ, ລາວ-ສ ເກົາຫຼີ, ລາວ-ອາເມລິກາ, ລາວ- ສປປ ເກົາຫຼີ.

5.6 ໂຄງການ ຮ່ວມມືກັບອົງການຈັດຕັ້ງສາກົນ

ຍາດແຍ່ງການຊ່ວຍເຫຼືອນໍາ ອົງການຈັດຕັ້ງສາກົນ ເປັນຕົ້ນ: ໂຄງການ UNDP, JICA, UNICEF, IOM, UNODC, WCS, JUSTICE, ASEAN-ACT ອົງການຈັດຕັ້ງອື່ນໆ.

6
ແຜນງານກວດກາ ແລະ ຕ້ານການສໍ້ລາດບັງຫຼວງ
6.1 ໂຄງການຍົກສູງຄຸນນະພາບ ວຽກງານກວດກາ

ໄດ້ຈັດກອງປະຊຸມເຜີຍແຜ່ຜົນສໍາເລັດ ຂອງກອງປະຊຸມວຽກງານກວດກາທົ່ວປະເທດ ພ້ອມທັງໄດ້ເຜີຍ ແຜ່ບັນດາເອກະສານ ກ່ຽວກັບວຽກງານກວດກາ ຂອງຄະນະກວດກາສູນກາງພັກ, ອົງການກວດກາແຫ່ງລັດ ແລະ ຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ.

6.2 ໂຄງການ ກວດກາການປະຕິບັດໜ້າທີ່ ແລະ ຕ້ານການສໍ້ລາດບັງຫຼວງ

ໄດ້ປະສານສົມທົບກັບທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງຕ່າງໆ ເພື່ອກວດກາການເຄື່ອນໄຫວ ແລະ ປະຕິບັດໜ້າທີ່ ຂອງພະນັກງານອົງການໄອຍະການປະຊາຊົນ ແລະ ເກັບກໍາຂໍ້ມູນ ຢູ່ບັນດາແຂວງຈໍານວນໜຶ່ງເຊັ່ນ: ແຂວງ ຊຽງຂວາງ, ແຂວງ ສະຫວັນນະເຂດ, ແຂວງ ວຽງຈັນ, ນະຄອນຫຼວງວຽງຈັນ. ນອກຈາກນັ້ນ, ຍັງໄດ້ເຂົ້າຮ່ວມໃນໜ່ວຍສະເພາະກິດ ຂອງຄະນະກວດກາລັດຖະບານ ກວດກາຊັບສິນຂອງກາງຄະດີ, ການຄຸ້ມຄອງການລົງທຶນ, ການນໍາໃຊ້ງົບປະມານຂອງລັດ ແລະ ອື່ນໆ...

ເພື່ອໃຫ້ບັນລຸຄາດໝາຍທີ່ວາງໄວ້, ຕ້ອງສຸມໃສ່ປະຕິບັດມາດຕະການດັ່ງນີ້:

  • ຄົ້ນຄວ້າເຊື່ອມຊຶມ ແລະ ຜັນຂະຫຍາຍແຜນພັດທະນາເປັນກິດຈະກຳລະອຽດໃນແຕ່ລະປີ.
  • ເພີ່ມທະວີການຊີ້ນຳ-ນຳພາ ຂອງຄະນະພັກ-ຄະນະນຳ, ຕິດຕາມກວດກາ ແລະ ຍ້ອງຍໍຜົນງານ.
  • ປັບປຸງກົນໄກປະສານງານກັບພາກສ່ວນກ່ຽວຂ້ອງໃຫ້ກົມກຽວ ແລະ ໂລ່ງລ່ຽນ.
  • ຮັບປະກັນການຕອບສະໜອງງົບປະມານ ແລະ ພາຫະນະຮັບໃຊ້ທີ່ຈຳເປັນ.