ຄະນະນຳ ອອປສລ່າສຸດ

ກອງປະຊຸມພົບປະ ລະຫວ່າງ ອົງການໄອຍະການທະຫານຂັ້ນສູງ ແຫ່ງ ສປປ ລາວ ແລະ ອົງການໄອຍະການທະຫານຂັ້ນສູງ ແຫ່ງ ສສ ຫວຽດນາມ

ໂດຍອານຸສັກ ກວາງວັນ
ວັນທີ17 ກໍລະກົດ 2026
ເຂົ້າຊົມ2
ແບ່ງປັນ:
ກອງປະຊຸມພົບປະ ລະຫວ່າງ ອົງການໄອຍະການທະຫານຂັ້ນສູງ ແຫ່ງ ສປປ ລາວ ແລະ ອົງການໄອຍະການທະຫານຂັ້ນສູງ ແຫ່ງ ສສ ຫວຽດນາມ
ກອງປະຊຸມພົບປະ ລະຫວ່າງ ອົງການໄອຍະການທະຫານຂັ້ນສູງ ແຫ່ງ ສປປ ລາວ ແລະ ອົງການໄອຍະການທະຫານຂັ້ນສູງ ແຫ່ງ ສສ ຫວຽດນາມ

ກອງປະຊຸມພົບປະ ລະຫວ່າງ ອົງການໄອຍະການທະຫານຂັ້ນສູງ ແຫ່ງ ສປປ ລາວ ແລະ ອົງການໄອຍະການທະຫານຂັ້ນສູງ ແຫ່ງ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນ 16 ກໍລະກົດ 2026, ຢູ່ທີ່ ໂຮງແຮມ ພູແມນ, ແຂວງຫຼວງພະບາງ, ຄະນະຜູ້ແທນອົງການໄອຍະການທະຫານຂັ້ນສູງ ແຫ່ງ ສປປ ລາວ ຊຶ່ງນຳໂດຍ ທ່ານ ພັອ ລັດສະໝີ ຂັນອາສາ ຫົວໜ້າອົງການໄອຍະການທະຫານຂັ້ນສູງ ແຫ່ງ ສປປ ລາວ ແລະ ຄະນະຜູ້ແທນອົງການໄອຍະການທະຫານຂັ້ນສູງ ແຫ່ງ ສສ ຫວຽດນາມ ນໍາໂດຍ ສະຫາຍ ຕ່າກວາງ ຄ່າຍ ຫົວໜ້າ ອົງການໄອຍະການທະຫານຂັ້ນສູງ ເພື່ອຮັດແໜ້ນຄວາມສາມັກຄີພິເສດ ແລະ ເພີ່ມທະວີການຮ່ວມມືດ້ານກົດໝາຍ ແລະ ຍຸຕິທຳໃນກອງທັບຂອງສອງຊາດ ລາວ-ຫວຽດນາມ. ກອງປະຊຸມຄັ້ງນີ້ ເປັນການສືບຕໍ່ຜັນຂະຫຍາຍໝາກຜົນຂອງການພົວພັນຮ່ວມມືກັນ, ໂດຍມີຄະນະຜູ້ແທນວິຊາການລະດັບສູງຈາກອົງການໄອຍະການທະຫານທັງສອງຝ່າຍເຂົ້າຮ່ວມຢ່າງພ້ອມພຽງ, ສອງຝ່າຍໄດ້ສຸມໃສ່ຄົ້ນຄວ້າ ແລະ ສົນທະນາແລກປ່ຽນບົດຮຽນໃນ 3 ບັັນຫາຄື: ໜຶ່ງ, ລະບົບການຈັດຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງອົງການໄອຍະການທະຫານ; ສອງ, ການຊ່ວຍເຫຼືອການສ້າງບຸກຄະລາກອນອົງການໄອຍະການທະຫານ ໂດຍຝ່າຍຫວຽດນາມ ຈະເຊື້ອເຊີນ ອົງການໄອຍະການທະຫານຂັ້ນສູງສຸດ ແຫ່ງ ສປປ ລາວ ໄປແລກປ່ຽນ ແລະ ຖອດຖອດບົດຮຽນ ຢູ່ ສສ ຫວຽດນາມ; ແລະ ສາມ, ການແລກປ່ຽນທາງດ້ານ ວິຊາສະເພາະ ແລະ ການປະຕິບັດວຽກງານຂອງອົງການໄອຍະການທະຫານ ໂດຍສະພາແມ່ນການຕ້ານອາຊະຍາກໍາຂ້າມຊາດ ທີ່ເກີດຂຶ້ນບໍລີເວນຊາຍແດນ ລາວ-ຫວຽດນາມ ເປັນຕົ້ນ ການຄ້າຂາຍຢາເສບຕິດ, ການເຂົ້າ-ອອກເມືອງຜິດກົດໝາຍ, ການລັກຂຸດຄົ້ນຊັບພະຍາກອນທໍາມະຊາດ ແລະ ບັນຫາອື່ນໆ. ຜ່ານການປຶກສາຫາລືຢ່າງກົງໄປກົງມາ, ກອງປະຊຸມວິຊາການໃນຄັ້ງນີ້ໄດ້ຮັບໝາກຜົນຢ່າງຈົບງາມ ແລະ ເປັນການຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງກອງທັບ ລາວ - ຫວຽດນາມ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ.

ປະມວນພາບກິດຈະກຳ

image-2
ກອງປະຊຸມພົບປະ ລະຫວ່າງ ອົງການໄອຍະການທະຫານຂັ້ນສູງ ແຫ່ງ ສປປ ລາວ ແລະ ອົງການໄອຍະການທະຫານຂັ້ນສູງ ແຫ່ງ ສສ ຫວຽດນາມ
image-3
ກອງປະຊຸມພົບປະ ລະຫວ່າງ ອົງການໄອຍະການທະຫານຂັ້ນສູງ ແຫ່ງ ສປປ ລາວ ແລະ ອົງການໄອຍະການທະຫານຂັ້ນສູງ ແຫ່ງ ສສ ຫວຽດນາມ
image-4
ກອງປະຊຸມພົບປະ ລະຫວ່າງ ອົງການໄອຍະການທະຫານຂັ້ນສູງ ແຫ່ງ ສປປ ລາວ ແລະ ອົງການໄອຍະການທະຫານຂັ້ນສູງ ແຫ່ງ ສສ ຫວຽດນາມ