ໃນວັນທີ 03 ມິຖຸນາ 2026 ຜ່ານມາ, ຢູ່ ໂຮງແຮມ ລາວພລາຊາ ໄດ້ຈັດກອງປະຊຸມໄຕມາດ 1 ຂອງກອງເລຂາຄະນະປະສານງານວຽກງານຍຸຕິທຳເດັກ. ໂດຍການເປັນປະທານຂອງ ທ່ານ ຄຳໄພ ກຸມພົນພັກດີ ຫົວໜ້າຫ້ອງການ ອົງການໄອຍະການປະຊາຊົນສູງສຸດ ຫົວໜ້າກອງເລຂາຄະນະປະສານງານວຽກງານຍຸຕິທຳສໍາລັບເດັກ, ທ່ານ ນາງ ຄຳໃສ່ ອ່ຽມສຸດທິ ຜູ້ຊ່ຽວຊານຈາກອົງການຢູນິເຊບປະຈຳ ສປປ ລາວ, ມີ ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ, ກະຊວງຍຸຕິທຳ, ກະຊວງປ້ອງກັນຄວາມສະຫງົບ ແລະ ກອງເລຂາຄະນະປະສານງານວຽກງານຍຸຕິທຳສຳລັບເດັກ ເຂົ້າຮ່ວມ. ໃນວາລະດັ່ງກ່າວ ປະທານກອງປະຊຸມ ໄດ້ມີບາງຄຳເຫັນໃນການຈັດຕັ້ງປະຕິບັດວຽກຜ່ານມາ ຂອງວຽກງານຍຸຕິທຳສຳລັບເດັກ. ຫຼັງຈາກນັ້ນ, ບັນດາທ່ານທີ່ມາຈາກ 4 ພາກສ່ວນ ກໍໄດ້ຂຶ້ນຜ່ານບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານກອງເລຂາຄະນະປະສານງານວຽກງານຍຸຕິທຳສຳລັບເດັກ ໄຕມາດ 1 ແລະ ທິດທາງແຜນການເຄື່ອນໄຫວທ້າຍປີ 2026 ໄດ້ຍົກໃຫ້ເຫັນຜົນສຳເລັດໃນການຈັດຕັ້ງປະຕິບັດບັນດາກິດຈະກຳຂອງ 4 ພາກສ່ວນ ເຊິ່ງມີດ້ານດີ, ຂໍ້ຫຍຸ້ງຍາກ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ ພ້ອມນັ້ນ ບັນດາພາກສ່ວນທີ່ເຂົ້າຮ່ວມໄດ້ພ້ອມກັນປະກອບຄຳເຫັນ ແລກປ່ຽນບົດຮຽນເຊິ່ງກັນ ແລະກັນ. ໃນໂອກາດດັ່ງກ່າວ ປະທານກອງປະຊຸມ ໄດ້ມີຄຳເຫັນຕໍ່ບັນດາພາກສ່ວນທີ່ເຂົ້າຮ່ວມໃນຄັ້ງນີ້ ກ່ອນອື່ນທ່ານໄດ້ສະແດງຄວາມຊົມເຊີຍຜົນສຳເລັດໃນການຈັດຕັ້ງປະຕິບັດບັນດາກິດຈະກຳວຽກງານຍຸຕິທຳສຳລັບເດັກໃນໄລຍະຜ່ານ ພ້ອມທັງໄດ້ປະກອບຄຳຄິດເຫັນຢ່າງກົງໄປກົງມາ ທ່ານຍັງເນັ້ນໃຫ້ແຕ່ລະພາກສ່ວນ ນຳເອົາວຽກທີ່ໄດ້ປະຕິບັດໃນໄລຍຜ່ານມາ ເພື່ອໄປລາຍງານຕໍ່ຄະນະນຳຂອງພາກສ່ວນທີ່ກ່ຽວຂ້ອງຂອງຕົນ ແລະ ນຳເອົາຜົນສຳເລັດວຽກງານດັ່ງກ່າວ ໄປຈັດຕັ້ງຜັນຂະຫຍາຍ ເພື່ອໃຫ້ມີຜົນສຳເລັດຕາມແຜນການທີ່ວາງໄວ້ໃນ ປີ 2026.
ກົມຮ່ວມມືກັບຕ່າງປະເທດລ່າສຸດ
ກອງປະຊຸມປະຈຳໄຕມາດ 1 ຂອງກອງເລຂາຄະນະປະສານງານວຽກວຽກຍຸຕິທໍາສໍາລັບເດັກ 4 ພາກສ່ວນ
ໂດຍອອປສ
ວັນທີ05 ມິຖຸນາ 2026
ເຂົ້າຊົມ1
ແບ່ງປັນ:

ປະມວນພາບກິດຈະກຳ

