ໃນຕອນເຊົ້າຂອງວັນທີ 3 ມິຖຸນາ 2026 ທີ່ນະຄອນປາກເຊ ທ່ານ ບຸນທັນ ບຸນທະວິໄລ ຮອງເລຂາຄະນະບໍລິຫານງານພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ຊີ້ນຳວຽກງານໄອຍະການ ຢູ່ ແຂວງຈຳປາສັກ, ໂດຍມີ ທ່ານ ຂັນທະວິ ວິໄລສັກ ຫົວໜ້າອົງການໄອຍະການປະຊົນພາກໃຕ້, ທ່ານ ນາງ ບົວລຽນ ມະນີວົງ ຫົວໜ້າອົງການໄອຍະການປະຊາຊົນແຂວງຈໍາປາສັກ, ມີບັນດາຄະນະພັກ-ຄະນະນຳ, ພະນັກງານ-ລັດຖະກອນ ອົງການໄອຍະການປະຊາຊົນພາກໃຕ້, ອົງການໄອຍະການປະຊາຊົນແຂວງ, ອົງການໄອຍະການປະຊາຊົນເຂດ ແລະ ເຂດປະຈຳເມືອງ ເຂົ້າຮ່ວມ. ໃນວາລະດັ່ງກ່າວ ທ່ານ ຂັນທະວີ ວິໄລສັກ ຫົວໜ້າອົງການໄອຍະການປະຊາຊົນພາກໃຕ້ ໄດ້ຂຶ້ນລາຍງານວຽກງານການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຮອບດ້ານ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026 ຂອງອົງການໄອຍະການຍະການພາກ ແລະ ແຂວງ ໂດຍສັງເຂບ ເຊິ່ງທ່ານໄດ້ຍົກໃຫ້ເຫັນ ດ້ານອອ່ນ-ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງທີ່ຈະຕ້ອງເອົາໃຈໃສ່ປັບປຸງໃນຕໍ່ໜ້າ. ພ້ອມນັ້ນ, ບັນດາທ່ານທີ່ເຂົ້າຮ່ວມກໍຍັງໄດ້ຂຶ້ນແລກປ່ຽນປະກອບຄຳຄິດຄຳເຫັນ ກ່ຽວກັບວຽກງານວິຊາສະເພາະດ້ານວິຊາການ ລະຫວ່າງ ທ້ອງຖິ່ນດ້ວຍກັນ ແລະ ທ້ອງຖິ່ນກັບສູນກາງ ເພື່ອເປັນບົດຮຽນ ແລະ ທິດທາງ ໃນການປະຕິບັດໜ້າທີ່ວຽກງານຂອງຕົນໃນຕໍ່ໜ້າ. ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້ ທ່ານ ບຸນທັນ ບຸນທະວິໄລ ຮອງເລຂາຄະນະບໍລິຫານງານພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍກ່ຽວກັບຜົນງານໃນການປະຕິບັດໜ້າທີ່ວຽກງານທີ່ມີຜົນສຳເລັດຫຼາຍດ້ານ. ພ້ອມທັງ ໄດ້ໂອ້ລົມ ແລະ ເນັ້ນໃຫ້ ສະມາຊິກພັກ-ພະນັກງານ ຂອງ ອົງການໄອຍະການປະຊາຊົນພາກໃຕ້, ອົງການໄອຍະການປະຊາຊົນແຂວງ, ອົງການໄອຍະການປະຊາຊົນເຂດ, ເຂດປະຈຳເມືອງ ຈົ່ງເຊີດຊູຄວາມຮັບຜິດຊອບຂອງຕົນໃນການເຮັດລ້ອນໜ້າທີ່, ຮັບໃຊ້ຊາດ, ຮັບໃຊ້ປະຊາຊົນດ້ວຍຄວາມບໍລິສຸດໃຈ, ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ, ຄຸນທາດການເມືອງ, ຈັນຍາບັນ, ຈັນຍາທຳ, ລະບອບແບບແຜນວິທີການເຮັດວຽກ, ການພົບປະກັບປະຊາຊົນ, ສ້າງກົນໄກປະສານງານກັບພາກສ່ວນທີ່ກ່ຽວຂ້ອງ ໃນການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການສັ່ງຟ້ອງຂຶ້ນສານ. ນໍາເອົາເນື້ອໃນຈິດໃຈຊີ້ນໍາໃນຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຂອງຕົນ ຢ່າງມີຜົນສໍາເລັດ, ພັດທະນາວຽກງານໄອຍະການປະຊາຊົນຕາມທິດກ້າວໜ້າ, ທັນສະໄໝ ແລະ ມີວິທະຍາສາດ.
ຄະນະນຳ ອອປສລ່າສຸດ
ທ່ານ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ພົບປະໂອ້ລົມ ພະນັກງານຫຼັກແຫຼ່ງ ອົງການໄອຍະການປະຊາຊົນພາກໃຕ້ ແລະ ແຂວງຈຳປາສັກ
ໂດຍອອປສ
ວັນທີ03 ມິຖຸນາ 2026
ເຂົ້າຊົມ7
ແບ່ງປັນ:

ປະມວນພາບກິດຈະກຳ



