ໃນຕອນເຊົ້າຂອງວັນທີ 26 ພຶດສະພາ 2026 ກົມຕິດຕາມກວດກາການດໍາເນີນຄະດີອາຍາ ອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມປືກສາຫາລື ກ່ຽວກັບການນໍາໃຊ້ວິທີການສືບສວນ-ສອບສວນ ແລະ ການນໍາໃຊ້ມາດຕະການສະກັດກັ້ນ ໃນການດໍາເນີນຄະດີອາຍາ ໂດຍໄດ້ເປີດກອງປະຊຸມຮ່ວມກັບ ກົມຕໍາຫຼວດສືບສວນ-ສອບສວນ ແລະ ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໂດຍການເປັນປະທານ ຂອງທ່ານ ໄພຄໍາ ວິໄລສຸກ ຫົວໜ້າກົມຕິດຕາມກວດກາການດໍາເນີນຄະດີອາຍາ, ມີຮອງຫົວໜ້າກົມ, ຫົວໜ້າ ແລະ ຮອງຫົວໜ້າພະແນກ, ພະນັກງານໄອຍະການ, ພະນັກງານສືບສວນ-ສອບສວນ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມຄັ້ງນີ້, ໄດ້ປືກສາຫາລື ແລະ ມີຄວາມເປັນເອກະພາບກັນໃນຫຼາຍບັນຫາທີ່ສໍາຄັນ ເປັນຕົ້ນ ການນໍາໃຊ້ວິທີການສືບສວນ-ສອບສວນ, ການນໍາໃຊ້ມາດຕະການສະກັດກັ້ນ ໃນການດໍາເນີນຄະດີອາຍາ, ການນໍາສົ່ງຂອງກາງປະເພດຢາເສບຕິດ ນໍາໄປພິສູດ ແລະ ວິໄຈຫາສານເສບຕິດປະເພດຕ່າງໆ, ການເກັບໂຮມຫຼັກຖານ, ການກວດກາ ແລະ ຊັ່ງຊາຕີລາຄາຫຼັກຖານ, ການປະຕິບັດຫຼັກການພື້ນຖານໃນການດໍາເນີນຄະດີອາຍາ, ການປະສານສົມທົບ ແລະ ບັນຫາອື່ນໆ ເພື່ອຮັບປະກັນໃຫ້ການດໍາເນີນຄະດີຮອບດ້ານ, ຄົບຖ້ວນ ແລະ ພາວະວິໄສ, ຖືກຕ້ອງຕາມກຳນົດເວລາ, ຮັບປະກັນຄວາມຍຸຕິທໍາ ຜູ້ກະທໍາຜິດ ຕ້ອງຖືກລົງໂທດຕາມກົດໝາຍ, ຜູ້ບໍ່ໄດ້ກະທໍາຜິດ ຈະບໍ່ຖືກລົງໂທດ ໂດຍຢຶດໝັ້ນ 3 ຫຼັກການ “ເດັດຂາດ, ໂປ່ງໄສ ແລະ ມືອາຊີບ”.
ກົມຕິດຕາມກວດກາການດຳເນີນຄະດີອາຍາລ່າສຸດ
ກອງປະຊຸມປືກສາຫາລື ກ່ຽວກັບການນໍາໃຊ້ວິທີການສືບສວນ-ສອບສວນ ແລະ ການນໍາໃຊ້ມາດຕະການສະກັດກັ້ນ ໃນການດໍາເນີນຄະດີອາຍາ
ໂດຍອອປສ
ວັນທີ02 ມິຖຸນາ 2026
ເຂົ້າຊົມ6
ແບ່ງປັນ:

ປະມວນພາບກິດຈະກຳ

