ໃນຕອນບ່າຍ ຂອງວັນທີ 15 ກໍລະກົດ 2026 ນີ້, ສະຫາຍ ຄໍາເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ, ຫົວໜ້າກົງສູນ ປະຈຳແຂວງຫຼວງພະບາງ, ພ້ອມຄະນະໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ຊຶ່ງນໍາໂດຍ ສະຫາຍ ຫງວຽນຮຸຍ ຕຽນ ຫົວໜ້າອົງການໄອຍະການສູງສຸດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງມາເຖິງ ສະໜາມບິນ ແຂວງຫຼວງພະບາງ ເພື່ອມາຢຽ້ມຢາມ ແລະ ເຮັດວຽກຢ່າງເປັນທາງການຢູ່ ສປປ ລາວ ແລະ ເຂົ້າຮ່ວມ ກອງປະຊຸມ ອົງການໄອຍະການປະຊາຊົນ ບັນດາແຂວງ ທີ່ມີຊາຍແດນຕິດຈອດກັນ ລາວ-ຫວຽດນາມ ຄັ້ງທີ VIII ທີ່ຈະໄຂຂຶ້ນໃນວັນທີ 16/07/2026 ທີ່ ນະຄອນຫຼວງພະບາງ, ແຂວງຫຼວງພະບາງ.
ຄະນະນຳ ອອປສລ່າສຸດ
ອົງການໄອຍະການປະຊາຊົນສູງສຸດ ຕ້ອນຮັບຄະນະຜູ້ແທນຂັ້ນສູງ ອົງການໄອຍະການສູງສຸດ ສສ ຫວຽດນາມ
ໂດຍອານຸສັກ ກວາງວັນ
ວັນທີ16 ກໍລະກົດ 2026
ເຂົ້າຊົມ2
ແບ່ງປັນ: