ໃນຕອນເຊົ້າຂອງວັນທີ 2 ມິຖຸນາ 2026 ນີ້, ທີ່ແຂວງສະຫວັນນະເຂດ ໄດ້ຈັດພິທີປະກາດການຈັດຕັ້ງ ຂອງອົງການໄອຍະການປະຊາຊົນແຂວງສະຫວັນນະເຂດ ຂື້ນ ໂດຍໃຫ້ກຽດເປັນປະທານຮ່ວມ ຂອງ ທ່ານ ບຸນທັນ ບຸນທະວິໄລ ຮອງເລຂາຄະນະບໍລິຫານງານພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ທ່ານ ຄຳວິໄສ ຜຸຍຍະວົງ ຄະນະປະຈຳພັກ ຫົວໜ້າຄະນະຈັດຕັ້ງແຂວງ, ມີບັນດາທ່ານ ຄະນະພັກ-ຄະນະນຳ, ພະນັກງານ-ລັດຖະກອນ ອົງການໄອຍະການປະຊາຊົນແຂວງສະຫວັນເຂດ, ອົງການໄອຍະການປະຊາຊົນເຂດ, ເຂດປະຈຳເມືອງ, ອົງການໄອຍະການທະຫານແຂວງ ແລະ ແຂກຖຶກເຊີນ ຈາກ ສານປະຊາຊົນແຂວງ, ສະພາປະຊາຊົນແຂວງ, ພະແນກຍຸຕິທຳແຂວງ ແລະ ປສກ ແຂວງ ເຂົ້າຮ່ວມ. ໃນວາລະດັ່ງກ່າວ ທ່ານ ເພັດສະໝອນ ທອງສີທາວົງ ຮອງຫົວໜ້າກົມຈັດຕັ້ງ ອົງການໄອຍະການປະຊາຊົນສູງສຸດ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງທ່ານຫົວໜ້າອົງການໄອຍະການປະຊາຊົນສູງສຸດ ສະບັບເລກທີ 229 ແລະ 230/ອອປສ ລົງວັນທີ 30 ເມສາ 2026 ວ່າດ້ວຍການຍົກຍ້າຍ ແລະ ເເຕ່ງຕັ້ງ ທ່ານ ນາງ ສີບຸນເຮືອງ ບົວຜາ ເປັນຮອງຫົວໜ້າອົງການໄອຍະການປະຊາຊົນແຂວງສະຫວັນນະເຂດ; ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ຈິນດາວັນ ໄນ່ນັ່ນທະລາດ ເປັນຫົວໜ້າອົງການໄອຍະການປະຊາຊົນເຂດ 1 ແຂວງສະຫວັນນະເຂດ. ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ທ່ານ ບຸນທັນ ບຸນທະວິໄລ ຮອງເລຂາຄະນະບໍລິຫານງານພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຍັງໄດ້ໃຫ້ກຽດໂອ້ລົມຕໍ່ພິທີດັ່ງກ່າວ ພ້ອມທັງໄດ້ໃຫ້ທິດຊີ້ນຳ ໂດຍເນັ້ນໃຫ້ບັນດາທ່ານທີ່ໄດ້ຮັບການຍົກຍ້າຍເເຕ່ງຕັ້ງ ໃຫ້ເອົາໃຈໃສ່ ເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດ, ຄົ້ນຄວ້າ-ເຊື່ອມຊຶ່ມ, ກໍາແໜ້ນບັນດາກົດໝາຍຕ່າງໆ, ທີ່ຕັ້ງພາລະບົດບາດ, ຂອບເຂດສິດ, ໜ້າທີ່ ແລະ ແບບແຜນວິທີເຮັດວຽກ ຂອງອົງການໄອຍະການປະຊາຊົນ, ຕັ້ງໜ້າປະຕິບັດໜ້າທີ່ວິຊາສະເພາະດ້ວຍຄວາມຮັບຜິດຊອບສູງ ແລະ ຮັບປະກັນຜົນສໍາເລັດຕາມຄາດໝາຍ ແລະ ລື່ນຄາດໝາຍ, ມີແບບແຜນນໍາພາ-ແບບແຜນວິທີເຮັດວຽກທີ່ດີ, ມີຄວາມກົມກຽວ ແລະ ທັນເວລາ, ປະຕິບັດຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໜູ່ຄະນະ, ບຸກຄົນຮັບຜິດຊອບ, ສຽງສ່ວນໜ້ອຍຂຶ້ນກັບສຽງສ່ວນຫຼາຍ, ບຸກຄົນຂຶ້ນກັບການຈັດຕັ້ງ, ມີການຕິດຕາມ, ຊຸກຍູ້, ກວດກາປະເມີນຜົນການຈັດຕັ້ງປະຕິບັດ ເປັນປົກກະຕິໃນແຕ່ລະໄລຍະ, ປະຕິບັດລະບອບດໍາເນີນຊີວິດ, ສະຫຼຸບລາຍງານສະພາບການເຄື່ອນໄຫວວຽກງານໃຫ້ສາຍຂວາງ ແລະ ສາຍຕັ້ງ ແລະ ຂັ້ນເທິງເປັນປົກກະຕິ.
ຄະນະນຳ ອອປສລ່າສຸດ
ປະກາດການຈັດຕັ້ງ ຂອງອົງການໄອຍະການປະຊາຊົນແຂວງສະຫວັນນະເຂດ
ໂດຍອອປສ
ວັນທີ03 ມິຖຸນາ 2026
ເຂົ້າຊົມ6
ແບ່ງປັນ:

ປະມວນພາບກິດຈະກຳ







