ໃນໄລຍະການເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກທາງການ ຂອງຄະນະຜູ້ແທນຂັ້ນສູງ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ຢູ່ ສປປ ລາວ ໃນຕອນບ່າຍວັນທີ 16 ກໍລະກົດ 2026, ພາຍຫຼັງສໍາເລັດກອງປະຊຸມອົງການໄອຍະການປະຊາຊົນບັນດາແຂວງ ທີ່ມີຊາຍແດນຕິດຈອດກັນ ລາວ-ຫວຽດນາມ ຄັ້ງທີ VIII. ຄະນະຜູ້ແທນຂັ້ນສູງ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ນໍາໂດຍ ສະຫາຍ ຫງວຽນກວາງ ຢຸງ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ພ້ອມຄະນະ, ໂດຍມີ ສະຫາຍ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ພ້ອມຄະນະຕິດຕາມ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ ຫຼວງພະບາງ. ພ້ອມນັ້ນ, ສະຫາຍ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ຍັງໄດ້ລາຍງານກ່ຽວກັບຜົນສໍາເລັດການຮ່ວມມື ລະຫວ່າງ ສອງອົງການໄອຍະການປະຊາຊົນ ໃນໄລຍະຜ່ານມາ ແລະ ທິດທາງຮ່ວມມືໃນຕໍ່ໜ້າ. ເປັນຕົ້ນ: ການສືບຕໍ່ຈັດຕັ້ງປະຕິບັດບົດບັນທຶກຊ່ວຍຈຳທີ່ໄດ້ເຊັນກັນ ໃນໄລຍະຜ່ານມາ ເຂົ້າສູ່ວຽກງານຕົວຈິງ ຢ່າງມີປະສິດທິຜົນ; ສືບຕໍ່ຊ່ວຍເຫຼືອກໍ່ສ້າງພະນັກງານໄອຍະການປະຊາຊົນ ສປປ ລາວ ຢູ່ ສສ ຫວຽດນາມ; ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານໄອຍະການ ກ່ຽວກັບການຕ້ານອາຊະຍາກຳຂ້າມຊາດ ແລະ ອື່ນໆ. ໃນໂອກາດນີ້, ສະຫາຍ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ ຫຼວງພະບາງ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງ ຕໍ່ການມາຢ້ຽມຢາມ ແລະ ເຮັດວຽກທາງການ ຢູ່ ສປປ ລາວ ຂອງຄະນະຜູ້ແທນຂັ້ນສູງ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນສໍາຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ.
ຄະນະນຳ ອອປສລ່າສຸດ
ຄະນະຜູ້ແທນຂັ້ນສູງ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ເຂົ້າຢ້ຽມຢາມຂໍ່ານັບ ເລຂາຄະນະບໍລິຫານງານພັກແຂວງຫຼວງພະບາງ
ໂດຍອານຸສັກ ກວາງວັນ
ວັນທີ17 ກໍລະກົດ 2026
ເຂົ້າຊົມ1
ແບ່ງປັນ:

ປະມວນພາບກິດຈະກຳ


