ໃນລະຫວ່າງວັນທີ 26-28 ພຶດສະພາ 2026 ທີ່ຜ່ານມາ, ຄະນະຜູ້ແທນອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ, ໂດຍການນຳພາຂອງ ທ່ານ ພຸດທະວົງ ບົວລະພາ, ຫົວໜ້າກົມຮ່ວມມືກັບຕ່າງປະເທດ, ໄດ້ເດີນທາງໄປແລກປ່ຽນບົດຮຽນ ກ່ຽວກັບວຽກງານການຮ່ວມມືລະຫວ່າງປະເທດທາງອາຍາ ແລະ ການສົ່ງຜູ້ຮ້າຍຂ້າມແດນ ແລະ ວຽກງານດິຈິຕອລ ທີ່ ບາງກອກ ປະເທດ ໄທ, ໂດຍມີທ່ານ ມົງຄົນ ຈິລະໄຊສະກຸນ ຮອງຫົວໜ້າສຳນັກງານໄອຍະການສູງສຸດ ແຫ່ງ ຣ. ໄທ, ພ້ອມດ້ວຍຄະນະຈາກກະຊວງການຕ່າງປະເທດໄທ ແລະ ຄະນະຈາກສໍານັກງານຕໍາຫຼວດແຫ່ງຊາດໄທ ເຂົ້າຮ່ວມ, ມີ ທ່ານ ເບັນນາດິກ ຜູ້ຕາງໜ້າ UNODC ປະຈໍາພາກພື້ນ UNODC ປະຈໍາ ຣ. ໄທ, ທ່ານ ນາງ ຢົງຈູ ວອນ ທີ່ປຶກສາດ້ານວຽກງານໄອຍະການ ແລະ ຕຸລາການ ກ່ຽວກັບການຕ້ານອາຊະຍາກໍາຂ້າມຊາດທີ່ມີການຈັດຕັ້ງ ແລະ ເຈົ້າໜ້າທີ່ຂອງອົງການ INL ແລະ ອົງການ UNODC ປະຈໍາ ສປປ ລາວ ເຂົ້າຮ່ວມ. ການເຄື່ອນໄຫວຄັ້ງນີ້ມີຈຸດປະສົງສຳຄັນເພື່ອແລກປ່ຽນບົດຮຽນດ້ານວິຊາການ ພ້ອມທັງເປັນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ເສີມສ້າງຄວາມເຂັ້ມແຂງໃນການປະສານງານດ້ານຕຸລາການລະຫວ່າງສອງປະເທດ. ໃນໂອກາດນີ້, ທັງສອງຝ່າຍໄດ້ປຶກສາຫາລືກ່ຽວກັບຂອບກົດໝາຍແຫ່ງຊາດ, ໂດຍສະເພາະແມ່ນການນຳໃຊ້ກົດໝາຍວ່າດ້ວຍ ການຮ່ວມມືລະຫວ່າງປະເທດທາງອາຍາຂອງທັງສອງປະເທດ ແລະ ການສົ່ງຜູ້ຮ້າຍຂ້າມແດນ, ຊຶ່ງ ອົງການໄອຍະການປະຊາຊົນສູງສຸດ ມີພາລະບົດບາດໂດຍກົງໃນການເປັນໃຈກາງປະສານງານ ແລະ ຈັດຕັ້ງປະຕິບັດຄຳຮ້ອງຂໍການຮ່ວມມືລະຫວ່າງປະເທດທາງອາຍາ ແລະ ການສົ່ງຜູ້ຮ້າຍຂ້າມແດນ. ນອກຈາກນີ້, ສອງຝ່າຍໄດ້ລົງເລິກເພີ່ມທະວີເອົາໃຈໃສ່ໃນຂັ້ນຕອນການປະສານງານ, ການຈໍລະຈອນເອກະສານ ໃຫ້ມີຄວາມໃກ້ສິດສະໜິດແໜ້ນ ແລະ ເປັນລະບົບຍິ່ງຂຶ້ນ ເພື່ອຍົກສູງປະສິດທິພາບ ແລະ ຄວາມວ່ອງໄວ ໃນການຮ່ວມມືທາງດ້ານກົດໝາຍ ເພື່ອຕ້ານອາຊະຍາກໍາຂ້າມຊາດຢ່າງມີປະສິດທິຜົນ. ນອກຈາກນີ້, ຄະນະຜູ້ແທນສອງຝ່າຍ ຍັງໄດ້ປຶກສາຫາລື ແລະ ແລກປ່ຽນປະສົບການ ແລກປ່ຽນຄໍາຄິດເຫັນພົບປະກັບ ຜູ້ຕາງໜ້າຈາກສໍານັກງານຕຳຫຼວດແຫ່ງຊາດໄທ ແລະ ກະຊວງການຕ່າງປະເທດ ໂດຍໄດ້ມີການແລກປ່ຽນບົດຮຽນກ່ຽວກັບຂັ້ນຕອນ ແລະ ສິ່ງທ້າທາຍໃນການຈັດຕັ້ງປະຕິບັດຕົວຈິງ ພ້ອມທັງປຶກສາຫາລືເພື່ອຮ່ວມກັນແກ້ໄຂບັນດາຄະດີທີ່ຢູ່ໃນຂັ້ນຕອນ ການພິຈາລະນາຂອງ ລາວ ແລະ ໄທ ໃຫ້ມີຄວາມຄືບໜ້າ ແລະ ຈັດຕັ້ງປະຕິບັດຕາມລະບຽບກົດໝາຍຢ່າງເຂັ້ມງວດ. ໃນຕອນທ້າຍຂອງການຢ້ຽມຢາມ, ຄະນະຜູ້ແທນຍັງໄດ້ຮ່ວມກັບອົງການ UNODC ແລກປ່ຽນບົດຮຽນທີ່ດີໃນລະດັບສາກົນ ກ່ຽວກັບການການເກັບກຳຫຼັກຖານທາງດ້ານເອເລັກໂຕຣນິກ ພ້ອມທັງກຳນົດທິດທາງໃນການເພີ່ມທະວີຊ່ອງທາງການປະສານງານໃຫ້ມີຄວາມສະດວກ ເພື່ອຮ່ວມກັນສະກັດກັ້ນ ແລະ ຕ້ານອາຊະຍາກຳຂ້າມຊາດຢ່າງມີປະສິດທິຜົນໃນຕໍ່ໜ້າ
ກົມຮ່ວມມືກັບຕ່າງປະເທດລ່າສຸດ
ຄະນະຜູ້ແທນອົງການໄອຍະການປະຊາຊົນສູງສຸດ ເຄື່ອນໄຫວແລກປ່ຽນບົດຮຽນດ້ານວຽກງານ ການຮ່ວມມືລະຫວ່າງປະເທດທາງອາຍາ ແລະ ການສົ່ງຜູ້ຮ້າຍຂ້າມແດນ ແລະ ວຽກງານດິຈິຕອລ ທີ່ ບາງກອກ ປະເທດ ໄທ
ໂດຍອອປສ
ວັນທີ05 ມິຖຸນາ 2026
ເຂົ້າຊົມ1
ແບ່ງປັນ:

ປະມວນພາບກິດຈະກຳ







