ແຂວງ ຄຳມ່ວນ

ເລຂາພັກແຂວງຄໍາມ່ວນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ

ໂດຍສິດທິໄຊ
ວັນທີ14 ພຶດສະພາ 2026
ເຂົ້າຊົມ6
ແບ່ງປັນ:
ເລຂາພັກແຂວງຄໍາມ່ວນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ
ເລຂາພັກແຂວງຄໍາມ່ວນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ

ຕອນບ່າຍ ວັນທີ 11 ພຶດສະພາ 2026 ທີ່ຫ້ອງຮັບແຂກ ຫ້ອງວ່າການແຂວງຄໍາມ່ວນ, ທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ໃຫ້ການຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ຄໍາເພັດ ສົມວໍລະຈິດ ຄະນະປະຈໍາພັກ, ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ພ້ອມຄະນະ ໃນໂອກາດລົງມາເຄື່ອນໄຫວວຽກງານທາງລັດຖະການ ຢູ່ແຂວງຄໍາມ່ວນ. ໃນໂອກາດນີ້, ທ່ານ ໄຊຊະນະ ໂຄດພູທອນ ໄດ້ກ່າວສະແດງຄວາມຍິນດີ ແລະ ຕ້ອນຮັບຄະນະຢ່າງອົບອຸ່ນ ພ້ອມທັງໄດ້ແຈ້ງສະພາບລວມການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ຢູ່ແຂວງຄໍາມ່ວນໃນໄລຍະຜ່ານມາ, ຕະຫຼອດຮອດ ການປະຕິບັດວຽກງານຂອງອົງການໄອຍະການປະຊາຊົນ ໂດຍສະເພາະການປະສານງານກັບຂະ ແໜງການຕ່າງໆ ໃນການຮັບປະກັນການບັງຄັບໃຊ້ກົດໝາຍ ແລະ ຮັກສາຄວາມຍຸຕິທໍາໃນສັງຄົມ. ໃນໂອກາດດຽວກັນນີ້, ທ່ານ ຄໍາເພັດ ສົມວໍລະຈິດ ກໍໄດ້ກ່າວຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງການນໍາແຂວງ ແລະ ພ້ອມທັງແຈ້ງຈຸດປະສົງຂອງການລົງເຄື່ອນໄຫວເຮັດວຽກທາງການຄັ້ງນີ້ ແມ່ນເພື່ອຕິດຕາມ, ຊຸກຍູ້ ແລະ ພົບປະພະນັກງານໄອຍະການປະຊາຊົນຢູ່ແຂວງຄໍາມ່ວນ. ນອກນັ້ນ, ຍັງໄດ້ສະເໜີໃຫ້ການນໍາແຂວງ ສືບຕໍ່ຊີ້ນໍາ ແລະ ຊຸກຍູ້ສົ່ງເສີມ ເພື່ອສ້າງຄວາມເຂັ້ມແຂງຕໍ່ວຽກງານຂະແໜງໄອຍະການທາງດ້ານພື້ນຖານໂຄງລ່າງ ແລະ ດ້ານວິຊາການ, ເປັນຕົ້ນແມ່ນຊ່ວຍລະດົມແຫຼ່ງທຶນ ປະກອບສ່ວນງົບປະມານ ເພື່ອປັບປຸງ ແລະ ກໍ່ສ້າງອາຄານອົງການໄອຍະການປະຊາຊົນໃນບາງເມືອງ ເຊັ່ນ: ເມືອງໜອງບົກ, ເມືອງຫີນບູນ ແລະ ອົງການໄອຍະການປະຊາຊົນເຂດ2 ລວມທັງການສະໜອງອຸປະກອນຄອມພິວເຕີ ແລະ ວັດຖຸອຸປະກອນຈໍາເປັນອື່ນໆ ເພື່ອຍົກສູງປະສິດທິພາບໃນການປະຕິບັດໜ້າທີ່ວຽກງານ. ພ້ອມດຽວກັນນັ້ນ, ທ່ານຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຍັງໄດ້ມອບກະຕ່າດອກໄມ້ ເພື່ອສະແດງຄວາມຍິນດີ ຕໍ່ຜົນງານການເຄື່ອນໄຫວຂອງ ເລຂາພັກແຂວງ ທີ່ໄດ້ທຸ້ມເທເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການນໍາພາຊີ້ນໍາ ປະກອບສ່ວນພັດທະນາແຂວງຄໍາມ່ວນ ດ້ວຍຄວາມເຂັ້ມແຂງໜັກແໜ້ນ ແລະ ມີຜົນສໍາເລັດເປັນກ້າວໆມາ.

ປະມວນພາບກິດຈະກຳ

image-2
ເລຂາພັກແຂວງຄໍາມ່ວນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ