ຄະນະນຳ ອອປສລ່າສຸດ

ພິທີປະກາດການຈັດຕັ້ງ ຂອງອົງການໄອຍະການປະຊາຊົນແຂວງເຊກອງ

ໂດຍອອປສ
ວັນທີ05 ມິຖຸນາ 2026
ເຂົ້າຊົມ1
ແບ່ງປັນ:
ພິທີປະກາດການຈັດຕັ້ງ ຂອງອົງການໄອຍະການປະຊາຊົນແຂວງເຊກອງ
ພິທີປະກາດການຈັດຕັ້ງ ຂອງອົງການໄອຍະການປະຊາຊົນແຂວງເຊກອງ

ໃນຕອນເຊົ້າຂອງວັນທີ 4 ມິຖຸນາ 2026 ນີ້, ທີ່ແຂວງເຊກອງ ໄດ້ຈັດພິທີປະກາດການຈັດຕັ້ງ ຂອງອົງການໄອຍະການປະຊາຊົນແຂວງເຊກອງ ຂື້ນ ໂດຍໃຫ້ກຽດເປັນປະທານຮ່ວມ ຂອງ ທ່ານ ບຸນທັນ ບຸນທະວິໄລ ຮອງເລຂາຄະນະບໍລິຫານງານພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ທ່ານ ວົງເດືອນ ຈັນທະບຸດຊຽງ ຄະນະປະຈຳພັກ ຫົວໜ້າຄະນະຈັດຕັ້ງແຂວງ, ມີທ່ານຫົວໜ້າອົງການໄອຍະການປະຊາຊົນພາກໃຕ້, ມີບັນດາທ່ານ ຄະນະພັກ-ຄະນະນຳ, ພະນັກງານ-ລັດຖະກອນ ອົງການໄອຍະການປະຊາຊົນແຂວງເຊກອງ, ອົງການໄອຍະການປະຊາຊົນເຂດ, ເຂດປະຈຳເມືອງ, ອົງການໄອຍະການທະຫານແຂວງ ແລະ ແຂກຖຶກເຊີນ ຈາກ ສານປະຊາຊົນແຂວງ, ສະພາປະຊາຊົນແຂວງ, ຈັດຕັ້ງແຂວງ, ກວດກາແຂວງ, ປສກ ແຂວງ, ຫ້ອງວ່າການແຂວງ, ພະແນກຍຸຕິທຳແຂວງ, ກອງກວດກາປ່າໄມ້ແຂວງ, ເຈົ້າໜ້າທີ່ພາສີປະຈຳແຂວງ ແລະ ຊາວໜຸ່ມແຂວງ ເຂົ້າຮ່ວມ. ໃນວາລະດັ່ງກ່າວ ທ່ານ ເພັດສະໝອນ ທອງສີທາວົງ ຮອງຫົວໜ້າກົມຈັດຕັ້ງ ອົງການໄອຍະການປະຊາຊົນສູງສຸດ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງທ່ານຫົວໜ້າອົງການໄອຍະການປະຊາຊົນສູງສຸດ ສະບັບເລກທີ 211/ອອປສ ລົງວັນທີ 30 ເມສາ 2026 ວ່າດ້ວຍການຮັບເອົາ ແລະ ເເຕ່ງຕັ້ງ ທ່ານ ແຜນວັນທອງ ຈະເລີນເພັດ ເປັນຮອງຫົວໜ້າອົງການໄອຍະການປະຊາຊົນແຂວງເຊກອງ. ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ທ່ານ ບຸນທັນ ບຸນທະວິໄລ ຮອງເລຂາຄະນະບໍລິຫານງານພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຍັງໄດ້ໃຫ້ກຽດໂອ້ລົມຕໍ່ພິທີດັ່ງກ່າວ ພ້ອມທັງໄດ້ໃຫ້ທິດຊີ້ນຳ ໂດຍເນັ້ນໃຫ້ບັນດາທ່ານທີ່ໄດ້ຮັບການເເຕ່ງຕັ້ງ ໃຫ້ເອົາໃຈໃສ່ ເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດ, ຄົ້ນຄວ້າ-ເຊື່ອມຊຶ່ມ, ກໍາແໜ້ນບັນດາກົດໝາຍຕ່າງໆ, ທີ່ຕັ້ງພາລະບົດບາດ, ຂອບເຂດສິດ, ໜ້າທີ່ ແລະ ແບບແຜນວິທີເຮັດວຽກ ຂອງອົງການໄອຍະການປະຊາຊົນ, ຕັ້ງໜ້າປະຕິບັດໜ້າທີ່ວິຊາສະເພາະດ້ວຍຄວາມຮັບຜິດຊອບສູງ ແລະ ຮັບປະກັນຜົນສໍາເລັດຕາມຄາດໝາຍ ແລະ ລື່ນຄາດໝາຍ, ມີແບບແຜນນໍາພາ-ແບບແຜນວິທີເຮັດວຽກທີ່ດີ, ມີຄວາມກົມກຽວ ແລະ ທັນເວລາ, ປະຕິບັດຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໜູ່ຄະນະ, ບຸກຄົນຮັບຜິດຊອບ, ສຽງສ່ວນໜ້ອຍຂຶ້ນກັບສຽງສ່ວນຫຼາຍ, ບຸກຄົນຂຶ້ນກັບການຈັດຕັ້ງ, ມີການຕິດຕາມ, ຊຸກຍູ້, ກວດກາປະເມີນຜົນການຈັດຕັ້ງປະຕິບັດ ເປັນປົກກະຕິໃນແຕ່ລະໄລຍະ, ປະຕິບັດລະບອບດໍາເນີນຊີວິດ, ສະຫຼຸບລາຍງານສະພາບການເຄື່ອນໄຫວວຽກງານໃຫ້ສາຍຂວາງ ແລະ ສາຍຕັ້ງ ແລະ ຂັ້ນເທິງເປັນປົກກະຕິ.

ປະມວນພາບກິດຈະກຳ

image-2
ພິທີປະກາດການຈັດຕັ້ງ ຂອງອົງການໄອຍະການປະຊາຊົນແຂວງເຊກອງ
image-3
ພິທີປະກາດການຈັດຕັ້ງ ຂອງອົງການໄອຍະການປະຊາຊົນແຂວງເຊກອງ
image-4
ພິທີປະກາດການຈັດຕັ້ງ ຂອງອົງການໄອຍະການປະຊາຊົນແຂວງເຊກອງ
image-5
ພິທີປະກາດການຈັດຕັ້ງ ຂອງອົງການໄອຍະການປະຊາຊົນແຂວງເຊກອງ
image-6
ພິທີປະກາດການຈັດຕັ້ງ ຂອງອົງການໄອຍະການປະຊາຊົນແຂວງເຊກອງ
image-7
ພິທີປະກາດການຈັດຕັ້ງ ຂອງອົງການໄອຍະການປະຊາຊົນແຂວງເຊກອງ