ໃນວັນທີ 29 ພຶດສະພາ 2026 ຢູ່ທີ່ອົງການໄອຍະການປະຊາຊົນສູງສຸດ ໄດ້ມີພິທີ ສະເຫຼີມສະຫຼອງ ວັນເດັກສາກົນ 1 ມິຖຸນາ 1925 – 1 ມິຖຸນາ 2026) ຄົບຮອບ101ປີ ຂຶ້ນ ໂດຍໃຫ້ກຽດກ່າວໄຂພິທີ ທ່ານ ນາງ ພອນທິບ ສາວະລີ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ມີບັນດາຄະນະກົມ, ຄະນະພະແນກ ຂອງ ຫ້ອງການ, ບັນດາກົມ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ ແລະ ບັນດາລູກຫຼານ ຂອງພະນັກງານ-ລັດຖະກອນ ອົງການໄອຍະການປະຊາຊົນສູງສຸດ ເຂົ້າຮ່ວມ. ໃນໂອກາດດັ່ງກ່າວ,ໄດ້ຮັບຟັງເຜີຍແຜ່ ສານຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຖິງເດັກລາວບັນດາເຜົ່າ ແລະ ປະຫວັດຄວາມເປັນມາຂອງວັນເດັກສາກົນ; ໂດຍມີການສະແດງສິລະປະເດີນແບບ; ກິດຈະກຳ ຖາມ-ຕອບ ຄວາມຮູ້ຮອບຕົວ ໃຫ້ເດັກໄດ້ສະແດງຄວາມສາມາດຂອງຕົນເອງດ້ວຍຄວາມເບີກບານມ່ວນຊື່ນ. ໃນໂອກາດທີ່ມີຄວາມໜາຍຄວາມສຳຄັນນີ້, ໂດຍເປັນກຽດເຂົ້າຮ່ວມແລະ ມອບຂອງຂວັນວັນເດັກສາກົນ ໂດຍ ທ່ານ ນາງ ລີວົງ ລາວລີ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ສະແດງຄວາມຊົມເຊີຍແລະ ອວຍພອນໄຊອັນປະເສີດໃຫ້ລູກຫຼານອະນຸຊົນ, ເຍົາວະຊົນ ແລະ ເດັກລາວບັນດາເຜົ່າ ຈົ່ງມີສຸຂະພາບແຂງແຮງ, ມີຄວາມເບີກບານມ່ວນຊື່ນ, ຕັ້ງໃຈຮຽນ, ຮັກຄອບຄົວ ແລະ ປະເທດຊາດ ເພື່ອເຕີບໃຫຍ່ເປັນກໍາລັງສໍາຄັນ ໃນການສ້າງອະນາຄົດອັນສົດໄສ ໃຫ້ແກ່ ປະເທດຊາດບ້ານເມືອງ ອັນແສນຮັກຂອງພວກເຮົາ.
ສະຫະພັນແມ່ຍິງ ອອປສລ່າສຸດ
ອົງການໄອຍະການປະຊາຊົນສູງສຸດ ໄດ້ມີພິທີ ສະເຫຼີມສະຫຼອງ ວັນເດັກສາກົນ 1 ມິຖຸນາ ຄົບຮອບ 101 ປີ.
ໂດຍອອປສ
ວັນທີ02 ມິຖຸນາ 2026
ເຂົ້າຊົມ6
ແບ່ງປັນ:

ປະມວນພາບກິດຈະກຳ








