ໃນຕອນເຊົ້າ ວັນທີ 27 ພຶດສະພາ 2026, ຢູ່ທີ່ຫ້ອງຮັບແຂກ ອົງການໄອຍະການປະຊາຊົນສູງສຸດ ທ່ານ ຄໍາເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ Kannat KTumysh ເອກອັກຄະລັດຖະທູດ ເເຫ່ງ ສ. ກາຊັກສະຖານ ປະຈຳ ສ ປ ປ ລາວ. ທ່ານ Kannat KTumysh ໄດ້ກ່າວວ່າ: ການເຂົ້າຢ້ຽມຂໍ່ານັບ ແລະ ຢ້ຽມຢາມ, ພົບປະ ໃນຄັ້ງນີ້ເປັນບາດກ້າວອັນສຳຄັນຢ່າງຍິ່ງ ເພື່ອຊ່ວຍຍົກລະດັບການຮ່ວມມືດ້ານກົດໝາຍ ເເລະ ປະກອບສ່ວນຢ່າງຕັ້ງໜ້າໃນການສ້າງສາຍພົວພັນຮ່ວມມືຂອງສອງປະເທດໃຫ້ເປັນຮູບປະທຳ ໂດຍອົງການໄອຍະການປະຊາຊົນສູງສຸດ ເປັນໃຈກາງປະສານງານວຽກງານ ຮ່ວມມື ລະຫວ່າງປະເທດ ທາງອາຍາ ແລະ ການສົ່ງຜູ້ຮ້າຍຂ້າມແດນ. ໃນວາລະດັ່ງກ່າວ, ທ່ານ ຄໍາເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ກໍໄດ້ສະເເດງຄວາມຂອບໃຈຢ່າງສູງ ຕໍ່ທ່ານ Kannat KTumysh ທີ່ໄດ້ມາຢ້ຽມຢາມ ເເລະ ພົບປະເຮັດວຽກຮ່ວມກັບ ອົງການໄອຍະການປະຊາຊົນສູງສຸດ ເເຫ່ງ ສ ປ ປ ລາວ ດ້ວຍຄວາມຮັກເເພງ ເເລະ ໄມຕີຈິດອັນອົບອຸ່ນເຊິ່ງໄດ້ສະເເດງໃຫ້ເຫັນເຖິງສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ມີມາຢ່າງຍາວນານ ລະຫວ່າງ ສ ປ ປ ລາວ ເເລະ ສ. ກາຊັກສະຖານ, ເຊິ່ງໃນປີ 2026 ນີ້ ຖືເປັນການຄົບຮອບ 29 ປີ ( 19 ກັນຍາ 1997-19 ກັນຍາ 2026 ) ເເຫ່ງການສ້າງຕັ້ງສາຍພົວພັນທາງການທູດຂອງສອງປະເທດ.
ຄະນະນຳ ອອປສລ່າສຸດ
ທ່ານ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຕ້ອນຮັບການຢ້ຽມຂໍ່ານັບ ຂອງທ່ານ Kannat KTumysh ເອກອັກຄະລັດຖະທູດ ເເຫ່ງ ສ. ກາຊັກສະຖານ ປະຈຳ ສ ປ ປ ລາວ.
ໂດຍອອປສ
ວັນທີ02 ມິຖຸນາ 2026
ເຂົ້າຊົມ8
ແບ່ງປັນ:

ປະມວນພາບກິດຈະກຳ
