ໃນວັນທີ 5 ມິຖຸນາ 2026 ຢູ່ທີ່ກົມຕໍາຫຼວດຄຸມຂັງ-ດັດສ້າງ ກະຊວງປ້ອງກັນຄວາມສະຫງົບ ນະຄອນຫຼວງວຽວຈັນ ໄດ້ມີກອງປະຊຸມຮ່ວມ ລະຫວ່າງ ກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ອົງການໄອຍະການປະຊາຊົນສູງສຸດ ແລະ ກົມຕໍາຫຼວດຄຸມຂັງ-ດັດສ້າງ ກະຊວງປ້ອງກັນຄວາມສະຫງົບ ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ບົວລີ ເພັດມີໄຊ ຫົວໜ້າກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ອົງການໄອຍະການປະຊາຊົນສູງສຸດ ແລະ ທ່ານ ພົຈວ ລັດສະໝີ ໄຊຍະຄໍາ ຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງ ມີບັນດາທ່ານຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ທັງສອງຝ່າຍເຂົ້າຮ່ວມ. ໃນວາລະກອງປະຊຸມ ທ່ານ ພັອ ສົມໄຊ ແສງຄໍາຢອງ ຮອງຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງ ໄດ້ຂຶ້ນຜ່ານຮ່າງບົດບັນທຶກຮ່ວມ ລະຫວ່າງ ກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ອົງການໄອຍະການປະຊາຊົນສູງສຸດ ແລະ ກົມຕໍາຫຼວດຄຸມຂັງ-ດັດສ້າງ ກະຊວງປ້ອງກັນຄວາມສະຫົງບ ຊຶ່ງເນື້ອໃນຂອງບົດບັນທຶກຮ່ວມດັ່ງກ່າວໄດ້ສະແດງໃຫ້ເຫັນດ້ານດີ ແລະ ຂໍ້ຄົງຄ້າງກ່ຽວກັບການຄຸ້ມຄອງ ສະຖານທີ່ກັກຂັງ, ກັກຕົວ, ຄ້າຍດັດສ້າງ ໃນໄລຍະຜ່ານມາ ນອກຈາກນັ້ນ ກອງປະຊຸມ ຍັງໄດ້ປະກອບຄໍາຄິດຄໍາເຫັນໃສ່ຮ່າງບົດບັນທຶກຮ່ວມສະບັບດັ່ງກ່າວ ໃຫ້ມີເນື້ອໃນຄົບຖ້ວນ ສົມບູນ ຕາມກົດໝາຍ ແລະ ລະບຽບການຂອງຄ້າຍຄຸມຂັງ-ດັດສ້າງ ກໍານົດໄວ້. ໃນຕອນທ້າຍ ທ່ານປະທານກອງປະຊຸມ ໄດ້ມີຄໍາເຫັນໂດຍມອບໃຫ້ຄະນະຮັັບຜິດຊອບ ທັງສອງພາກສ່ວນປະສານສົມທົບກັນ ສັງລວມເນື້ອໃນ ແລະ ປັບປຸງຕາມການປະກອບຄໍາເຫັນຂອງປະຊຸມ ເພື່ອນໍາສະເໜີຕໍ່ຄະນະນໍາທັງສອງພາກສ່ວນພິຈາລະນາ ເພື່ອປະກາດໃຊ້ໃນຕໍ່ໜ້າ.
ກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງລ່າສຸດ
ກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ອົງການໄອຍະການປະຊາຊົນສູງສຸດ ເຂົ້າຮ່ວມກອງປະຊຸມຮ່ວມກັບກົມຕໍາຫລວດຄຸມຂັງ-ດັດສ້າງ ກະຊວງປ້ອງກັນຄວາມສະຫງົບ.
ໂດຍແສງພະຈັນ
ວັນທີ05 ມິຖຸນາ 2026
ເຂົ້າຊົມ1
ແບ່ງປັນ:

ປະມວນພາບກິດຈະກຳ








