ໃນຕອນບ່າຍຂອງວັນທີ 11 ພຶດສະພາ 2026, ທ່ານ ຄໍາເພັດ ສົມວໍລະຈິດ ຄະນະປະຈຳພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ພ້ອມຄະນະ ໄດ້ລົງຢ້ຽມຢາມ ແລະ ຊຸກຍູ້ວຽກງານ ຢູ່ອົງການໄອຍະການປະຊາຊົນ ແຂວງຄໍາມ່ວນ. ໃນໂອກາດດັ່ງກ່າວ, ທ່ານ ຄໍາແດງ ສີບຸນເຮືອງ ຫົວໜ້າອົງການໄອຍະການປະຊາຊົນ ແຂວງຄໍາມ່ວນ ໄດ້ລາຍງານສະພາບລວມການດໍາເນີນວຽກງານໃນໄລຍະ 3 ເດືອນຕົ້ນປີ ແລະ 9 ເດືອນທ້າຍປີ 2026 ໂດຍໄດ້ຍົກໃຫ້ເຫັນຜົນສໍາເລັດ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນ ພ້ອມທັງກໍານົດທິດທາງໃນການປັບປຸງວຽກງານໃນຕໍ່ໜ້າ. ຈາກນັ້ນ, ທ່ານ ຄໍາເພັດ ສົມວໍລະຈິດ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານຂອງອົງການໄອຍະການປະຊາຊົນ ແຂວງຄໍາມ່ວນ ທີ່ໄດ້ສຸມໃສ່ການກໍ່ສ້າງພັກ-ພະນັກງານ, ປັບປຸງກົງຈັກການຈັດຕັ້ງ ແລະ ຍົກສູງຄຸນນະພາບການຕິດຕາມກວດກາການເຄົາລົບ ແລະ ປະຕິບັດກົດໝາຍ ໃຫ້ດີຂຶ້ນເປັນກ້າວໆ. ພ້ອມກັນນັ້ນ ຍັງໄດ້ເອົາໃຈໃສ່ບໍາລຸງຍົກລະດັບບຸກຄະລາກອນ ທາງດ້ານຄຸນທາດການເມືອງ, ຈັນຍາບັນ ແລະ ວິຊາສະເພາະ. ທ່ານ ຍັງໄດ້ຊີ້ໃຫ້ເຫັນວ່າ ອົງການໄອຍະການປະຊາຊົນ ແຂວງຄໍາມ່ວນ ໄດ້ປະຕິບັດພາລະບົດບາດໃນການສັ່ງຟ້ອງຜູ້ຖືກຫາຂຶ້ນສານ ແລະ ຕິດຕາມກວດກາການດໍາເນີນຄະດີຕາມຂະບວນການຍຸຕິທໍາ ໄດ້ຢ່າງເປັນລະບົບ ໂດຍມີການປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເຊັ່ນ: ປກສ, ສານປະຊາຊົນ, ພະແນກຍຸຕິທໍາ ແລະ ພາກສ່ວນອື່ນໆ ເພື່ອຮັບປະກັນການນໍາໃຊ້ກົດໝາຍໃຫ້ມີປະສິດທິຜົນ ແລະ ສອດຄ່ອງກັບຂະບວນການຍຸຕິທໍາ. ນອກຈາກນັ້ນ, ທ່ານ ຄໍາເພັດ ສົມວໍລະຈິດ ຍັງໄດ້ເນັ້ນໃຫ້ພະນັກງານໄອຍະການ ສືບຕໍ່ປັບປຸງວຽກງານການຕິດຕາມກວດກາການເຄົາລົບ ແລະ ປະຕິບັດກົດໝາຍ ໃຫ້ມີຄວາມຮັດກຸມ ແລະ ທັນການກວ່າເກົ່າ, ໂດຍສະເພາະ ການຕິດຕາມການກັກຂັງເກີນກໍານົດ, ການຈັບຕົວໂດຍບໍ່ມີຄໍາສັ່ງຈາກໄອຍະການ ແລະ ການປ່ອຍຕົວນັກໂທດທີ່ປະຕິບັດໂທດສໍາເລັດແລ້ວ ໃຫ້ເປັນໄປຕາມກົດໝາຍ. ຄຽງຄູ່ກັນນັ້ນສະເໜີໃຫ້ອົງການໄອຍະການປະຊາຊົນ ແຂວງ ແລະ ເຂດ ສືບຕໍ່ເພີ່ມທະວີການກໍ່ສ້າງພັກ-ພະນັກງານ, ຍົກສູງຄຸນນະພາບດ້ານວິຊາສະເພາະ, ສືບຕໍ່ຜັນຂະຫຍາຍມະຕິ ແລະ ນິຕິກໍາຕ່າງໆ ເຂົ້າສູ່ການປະຕິບັດຕົວຈິງ ເພື່ອສ້າງໃຫ້ຂະແໜງໄອຍະການປະຊາຊົນ ມີຄວາມເຂັ້ມແຂງ, ໂປ່ງໃສ ແລະ ທັນສະໄໝ. ໃນໂອກາດດຽວກັນນີ້, ທ່ານ ຄໍາເພັດ ສົມວໍລະຈິດ ຍັງໄດ້ມອບເຄື່ອງໃຊ້ຫ້ອງການ, ເຄື່ອງຄອມພິວເຕີຕັ້ງໂຕະ ຈໍານວນ 2 ຊຸດ ແລະ ປື້ມກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ ສະບັບປັບປຸງ ໃຫ້ແກ່ອົງການໄອຍະການປະຊາຊົນ ແຂວງຄໍາມ່ວນ ເພື່ອນໍາໃຊ້ເຂົ້າໃນການປະຕິບັດໜ້າທີ່ ໃຫ້ມີປະສິດທິຜົນຍິ່ງຂຶ້ນ
ແຂວງ ຄຳມ່ວນ
ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ລົງຢ້ຽມຢາມ ແລະ ໂອ້ລົມພະນັກງານ ອົງການໄອຍະການປະຊາຊົນ ແຂວງຄໍາມ່ວນ
ໂດຍສິດທິໄຊ
ວັນທີ14 ພຶດສະພາ 2026
ເຂົ້າຊົມ10
ແບ່ງປັນ:

ປະມວນພາບກິດຈະກຳ

