ແຂວງ ບໍລິຄຳໄຊ

ຄະນະນຳ ອົງການໄອຍະການປະຊາຊົນສູງສຸດ ເຂົ້າຢ້ຽມຂ່ຳນັບ ການນໍາ ແຂວງບໍລິຄຳໄຊ

ໂດຍສິດທິໄຊ
ວັນທີ14 ພຶດສະພາ 2026
ເຂົ້າຊົມ19
ແບ່ງປັນ:
ຄະນະນຳ ອົງການໄອຍະການປະຊາຊົນສູງສຸດ ເຂົ້າຢ້ຽມຂ່ຳນັບ ການນໍາ ແຂວງບໍລິຄຳໄຊ
ຄະນະນຳ ອົງການໄອຍະການປະຊາຊົນສູງສຸດ ເຂົ້າຢ້ຽມຂ່ຳນັບ ການນໍາ ແຂວງບໍລິຄຳໄຊ

ນວັນທີ 12 ພຶດສະພາ 2026, ທີ່ຫ້ອງວ່າການປົກຄອງ ແຂວງບໍລິຄຳໄຊ, ທ່ານ ສອນທະນູ ທໍາມະວົງ ກໍາມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງບໍລິຄຳໄຊ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຄຳເພັດ ສົມວໍລະຈິດ ຄະນະປະຈຳພັກ, ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ພ້ອມດ້ວຍຄະນະ. ໃນວາລະດັ່ງກ່າວ ທ່ານ ຄໍາເພັດ ສົມວໍລະຈິດ ໄດ້ສະແດງຄວາມຂອບໃຈຕໍ່ກັບການຕ້ອນຮັບອັນອົບອຸ່ນ ພ້ອມທັງສະແດງຄວາມ ຍິນດີ ແລະ ຊົມເຊີຍຕໍ່ການມາປະຕິບັດໜ້າທີ່ ເປັນເລຂາຄະນະບໍລິຫານງານພັກ ແຂວງບໍລິຄໍາໄຊ ຂອງ ທ່ານ ສອນທະນູ ທໍາມະວົງ, ພ້ອມກັນນັ້ນຍັງໄດ້ລາຍງານຈຸດປະສົງຂອງການລົງເຄຶ່ອນໄຫວຊຸກຍູ້ວຽກງານໄອຍະການຢູ່ ແຂວງບໍລິຄຳໄຊໃນຄັ້ງນີ້ອີກດ້ວຍ. ໃນໂອກາດດັ່ງກ່າວ, ທ່ານ ສອນທະນູ ທໍາມະວົງ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ ຄໍາເພັດ ສົມວໍລະຈິດ ທີ່ໄດ້ຍາດເວລາເຂົ້າຢ້ຽມຂໍ່ານັບ ແລະ ພົບປະໃນຄັ້ງນີ້ ພ້ອມທັງອວຍພອນ ໃຫ້ທ່ານພ້ອມດ້ວຍຄະນະ ຈົ່ງປະຕິບັດໜ້າທີ່ຂອງຕົນຢູ່ ແຂວງບໍລິຄຳໄຊ ດ້ວຍຜົນສໍາເລັດອັນຈົບງາມ ແລະ ບັນລຸຕາມລະດັບຄາດໝາຍທີ່ວາງໄວ້.