ຄະນະນຳ ອອປສລ່າສຸດ

ກອງປະຊຸມ ອົງການໄອຍະການປະຊາຊົນ ບັນດາແຂວງທີ່ມີຊາຍແດນຕິດຈອດກັນ ລາວ-ຫວຽດນາມ ຄັ້ງທີ VIII

ໂດຍອານຸສັກ ກວາງວັນ
ວັນທີ17 ກໍລະກົດ 2026
ເຂົ້າຊົມ1
ແບ່ງປັນ:
ກອງປະຊຸມ ອົງການໄອຍະການປະຊາຊົນ
ບັນດາແຂວງທີ່ມີຊາຍແດນຕິດຈອດກັນ ລາວ-ຫວຽດນາມ ຄັ້ງທີ VIII
ກອງປະຊຸມ ອົງການໄອຍະການປະຊາຊົນ ບັນດາແຂວງທີ່ມີຊາຍແດນຕິດຈອດກັນ ລາວ-ຫວຽດນາມ ຄັ້ງທີ VIII

ກອງປະຊຸມອົງການໄອຍະການປະຊາຊົນບັນດາແຂວງ ທີ່ມີຊາຍແດນຕິດຈອດກັນ ລາວ-ຫວຽດນາມ ຄັ້ງທີ VIII ໄດ້ໄຂຂຶ້ນໃນວັນທີ 16 ກໍລະກົດ 2026 ທີ່ ໂຮງແຮມພູແມນ ແຂວງຫຼວງພະບາງ ສປປ ລາວ ພາຍໃຕ້ຫົວຂໍ້ “ເພີ່ມທະວີການຮ່ວມມືທາງອາຍາລະຫວ່າງປະເທດ ເພື່ອສະກັດກັ້ນ ແລະ ຕ້ານອາຊະຍາກຳຂ້າມຊາດ ໂດຍສະເພາະອາຊະຍາກຳໄຊເບີ ຢ່າງມີປະສິດທິຜົນ” ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ສະຫາຍ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ສະຫາຍ ຫງວຽນ ຮຸຍ ຕຽນ ກຳມະການສູນກາງພັກກອມມູນິດ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ, ມີບັນດາສະຫາຍຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ບັນດາກົມ, ອົງການໄອຍະການປະຊາຊົນພາກ, ແຂວງ-ນະຄອນຫຼວງ, ອົງການໄອຍະການທະຫານ ລາວ-ຫວຽດນາມ ເຂົ້າຮ່ວມຢ່າງພ້ອມພຽງ. ໃນວາລະດັ່ງກ່າວ ຜູ້ແທນເຂົ້າຮ່ວມກອງປະຊຸມທັງສອງຝ່າຍ ໄດ້ຮັບຟັງການສະຫຼຸບຕີລາຄາການຈັດຕັ້ງປະຕິບັດເນື້ອໃນຈິດໃຈຂອງກອງປະຊຸມອົງການໄອຍະການປະຊາຊົນ ທີ່ມີຊາຍແດນຕິດຈອດກັນຄັ້ງທີ VII ທີ່ໄດ້ຈັດຂຶ້ນໃນປີ 2022 ຢູ່ ນະຄອນຫຼວງຮ່າໂນ້ຍ ແຫ່ງ ສສ ຫວຽດນາມ ໂດຍໄດ້ຊີ້ໃຫ້ເຫັນຜົນສໍາເລັດ, ຄວາມຫຍຸ້ງຍາກ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການສືບຕໍ່ເພີ່ມທະວີການຮ່ວມມື ໃນການຈັດຕັ້ງປະຕິບັດການຮ່ວມມືທາງອາຍາ ບົນພື້ນຖານສົນທິສັນຍາວ່າດ້ວຍການຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ທາງດ້ານກົດໝາຍ ໃນບັນຫາອາຍາ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ. ກອງປະຊຸມ ໄດ້ດຳເນີນພາຍໃຕ້ບັນຍາກາດທີ່ເຕັມໄປດ້ວຍເນື້ອໃນຄວາມໝາຍສໍາຄັນ ແລະ ສະໜິດສະໜົມຖານສະຫາຍອ້າຍ-ນ້ອງ ແລະ ໄດ້ປະສົບຜົນສຳເລັດຢ່າງຈົບງາມ ໂດຍໄດ້ເຫັນດີເປັນເອກະພາບກັນບາງບັນຫາສໍາຄັນ ດັ່ງນີ້: 1.ກອງປະຊຸມ ຕີລາຄາສູງຕໍ່ຫົວຂໍ້ຂອງກອງປະຊຸມຄັ້ງທີ VIII ຊຶ່ງເຫັນວ່າ ເໝາະສົມກັບຄວາມຮຽກຮ້ອງຕ້ອງການຕົວຈິງ ໃນສະພາບການທີ່ອາຊະຍາກຳຂ້າມຊາດ ສືບຕໍ່ມີຄວາມສັບສົນຮຸນແຮງຂຶ້ນ, ໂດຍສະເພາະອາຊະຍາກຳໄຊເບີ, ການຫຼອກລວງຜ່ານອິນເຕີເນັດ, ການຈັດຕັ້ງການພະນັນອອນລາຍ, ການຟອກເງິນ, ການຊື້-ຂາຍຂໍ້ມູນສ່ວນຕົວ ແລະ ການກະທຳຜິດທີ່ພົວພັນກັບຕ່າງປະເທດ; 2.ກອງປະຊຸມ ຮັບຮູ້ ແລະ ຕີລາຄາສູງຕໍ່ຜົນການຈັດຕັ້ງປະຕິບັດບັນດາເນື້ອໃນທີ່ໄດ້ຕົກລົງເປັນເອກະພາບກັນ ໃນກອງປະຊຸມອົງການໄອຍະການປະຊາຊົນບັນດາແຂວງທີ່ມີຊາຍແດນຕິດຈອດ ລາວ-ຫວຽນາມ ຄັ້ງທີ VII ທີ່ໄດ້ຈັດຂຶ້ນ ຢູ່ນະຄອນຫຼວງຮ່າໂນ້ຍ ໃນເດືອນສິງຫາ 2022. ສອງຝ່າຍ ໄດ້ຮັກສາປະສິດທິຜົນຂອງກົນໄກການແລກ ປ່ຽນຂໍ້ມູນຂ່າວສານ, ການປະສານສົມທົບ ແກ້ໄຂຄະດີທີ່ມີລັກສະນະຂ້າມຊາດ, ການປະຕິບັດຄຳຮ້ອງຂໍການຮ່ວມມືທາງອາຍາ; 3.ກອງປະຊຸມ ເຫັນດີເປັນເອກະພາບ ໃນການສືບຕໍ່ເພີ່ມທະວີການຮ່ວມມື ໃນການຈັດຕັ້ງປະຕິບັດການຮ່ວມມືທາງອາຍາ ບົນພື້ນຖານສົນທິສັນຍາວ່າດ້ວຍການຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ທາງດ້ານກົດໝາຍ ໃນບັນຫາອາຍາ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ໂດຍສອດຄ່ອງກັບກົດໝາຍຂອງສອງປະເທດ; ຍົກສູງປະສິດທິຜົນໃນການຮັບ, ພິຈາລະນາ ແລະ ປະຕິບັດຄຳຮ້ອງຂໍການຮ່ວມມືທາງອາຍາ; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນປະສົບການທາງດ້ານວິຊາການໃນການຕ້ານ, ສະກັດກັ້ນອາຊະຍາກຳຂ້າມຊາດ, ໂດຍສະເພາະອາຊະຍາກຳໄຊເບີ; ປະສານສົມທົບໃນການພິສູດ, ເກັບກຳຫຼັກຖານ, ຕິດຕາມຄົ້ນຫາຜູ້ກະທຳຜິດ ແລະ ກຳນົດຊັບສິນທີ່ໄດ້ມາຈາກການກະທຳຜິດ. 4.ຊຸກຍູ້ຢ່າງແຮງ ໃນການນໍາໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການຫັນປ່ຽນດິຈິຕອນ ໃນການເຄື່ອນໄຫວຮ່ວມມື ລະຫວ່າງ ຂະແໜງການໄອຍະການຂອງສອງປະເທດ; ເພີ່ມທະວີກົນໄກການແລກປ່ຽນຂໍ້ມູນຂ່າວສານໂດຍກົງ ລະຫວ່າງ ອົງການໄອຍະການປະຊາຊົນບັນດາແຂວງທີ່ມີຊາຍແດນຕິດຈອດກັນ ເພື່ອທັນກັບສະພາບການ, ສະກັດກັ້ນ ແລະ ແກ້ໄຂອາຊະຍາກຳຂ້າມຊາດ, ໂດຍສະເພາະອາຊະຍາກຳໄຊເບີ. 5.ກອງປະຊຸມ ຕີລາຄາສູງຕໍ່ບົດບາດຂອງລະບົບອົງການໄອຍະການທະຫານຂອງສອງປະເທດ ໃນວຽກງານການປະສານສົມທົບໃນການຕ້ານ, ສະກັດກັ້ນອາຊະຍາກຳຢູ່ບໍລິເວນຊາຍແດນ; ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນປະສົບການ ແລະ ປະສານສົມທົບການຈັດຕັ້ງປະຕິບັດຄຳຮ້ອງຂໍການຮ່ວມມືທາງອາຍາ ຕາມກົດໝາຍ, ສົນທິສັນຍາ ແລະ ຂໍ້ຕົກລົງການຮ່ວມມືລະຫວ່າງສອງຝ່າຍ. 6.ກອງປະຊຸມ ຢືນຢັນຄວາມຈໍາເປັນທີ່ຈະຕ້ອງສືບຕໍ່ຮັກສາກົນໄກການຈັດກອງປະຊຸມອົງການໄອຍະການປະຊາ ຊົນ ບັນດາແຂວງທີ່ມີຊາຍແດນຕິດຈອດ ລາວ - ຫວຽດນາມ ໃຫ້ເປັນເວທີທີ່ສຳຄັນ ເພື່ອເພີ່ມທະວີການປະສານສົມທົບ, ແລກປ່ຽນປະສົບການ ແລະ ເສີມສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດລະຫວ່າງ ຂະແໜງການໄອຍະການຂອງສອງປະເທດ ລາວ-ຫວຽດນາມ; ເຫັນດີເປັນເອກະພາບຈັດກອງປະຊຸມອົງການໄອການປະຊາຊົນ ບັນດາແຂວງທີ່ມີຊາຍແດນຕິດຈອດຄັ້ງທີ IX ຢູ່ ສສ ຫວຽດນາມ ໃນປີ 2029. 7.ກອງປະຊຸມ ເຫັນດີເປັນເອກະພາບມອບໃຫ້ກົມຮ່ວມມືກັບຕ່າງປະເທດ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ກົມຮ່ວມມືສາກົນ ແລະ ການຮ່ວມມືທາງອາຍາ ອົງການໄອການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ເປັນໜ່ວຍງານປະສານສົມທົບຫຼັກ ໃນການຈັດຕັ້ງປະຕິບັດເນື້ອໃນຕ່າງໆຂອງບົດບັນທຶກ; ສະໜັບສະໜູນອົງການໄອການປະຊາຊົນບັນດາແຂວງ ແລະ ອົງການໄອການທະຫານຂອງສອງປະເທດ ໃນຂະບວນການຈັດຕັ້ງປະຕິບັດກິດຈະກຳຮ່ວມມືມິດຕະພາບ ແລະ ການຮ່ວມມືທາງອາຍາ. ກອງປະຊຸມໄດ້ປິດລົງໃນເວລາ 12.00 ຂອງວັນດຽວກັນ ດ້ວຍຜົນສໍາເລັດອັນຈົບງາມ.

ປະມວນພາບກິດຈະກຳ

image-2
ກອງປະຊຸມ ອົງການໄອຍະການປະຊາຊົນ ບັນດາແຂວງທີ່ມີຊາຍແດນຕິດຈອດກັນ ລາວ-ຫວຽດນາມ ຄັ້ງທີ VIII
image-3
ກອງປະຊຸມ ອົງການໄອຍະການປະຊາຊົນ ບັນດາແຂວງທີ່ມີຊາຍແດນຕິດຈອດກັນ ລາວ-ຫວຽດນາມ ຄັ້ງທີ VIII
image-4
ກອງປະຊຸມ ອົງການໄອຍະການປະຊາຊົນ ບັນດາແຂວງທີ່ມີຊາຍແດນຕິດຈອດກັນ ລາວ-ຫວຽດນາມ ຄັ້ງທີ VIII
image-5
ກອງປະຊຸມ ອົງການໄອຍະການປະຊາຊົນ ບັນດາແຂວງທີ່ມີຊາຍແດນຕິດຈອດກັນ ລາວ-ຫວຽດນາມ ຄັ້ງທີ VIII
image-6
ກອງປະຊຸມ ອົງການໄອຍະການປະຊາຊົນ ບັນດາແຂວງທີ່ມີຊາຍແດນຕິດຈອດກັນ ລາວ-ຫວຽດນາມ ຄັ້ງທີ VIII
image-7
ກອງປະຊຸມ ອົງການໄອຍະການປະຊາຊົນ ບັນດາແຂວງທີ່ມີຊາຍແດນຕິດຈອດກັນ ລາວ-ຫວຽດນາມ ຄັ້ງທີ VIII
image-8
ກອງປະຊຸມ ອົງການໄອຍະການປະຊາຊົນ ບັນດາແຂວງທີ່ມີຊາຍແດນຕິດຈອດກັນ ລາວ-ຫວຽດນາມ ຄັ້ງທີ VIII
image-9
ກອງປະຊຸມ ອົງການໄອຍະການປະຊາຊົນ ບັນດາແຂວງທີ່ມີຊາຍແດນຕິດຈອດກັນ ລາວ-ຫວຽດນາມ ຄັ້ງທີ VIII
image-10
ກອງປະຊຸມ ອົງການໄອຍະການປະຊາຊົນ ບັນດາແຂວງທີ່ມີຊາຍແດນຕິດຈອດກັນ ລາວ-ຫວຽດນາມ ຄັ້ງທີ VIII