ໃນຕອນເຊົ້າຂອງວັນທີ 11 ພຶດສະພາ 2026, ທ່ານ ນາງ ລີວົງ ລາວລີ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊີ້ນຳວຽກງານຮອບດ້ານ ຢູ່ທີ່ ອົງການໄອຍະການປະຊາຊົນແຂວງອຸດົມໄຊ ໂດຍມີ ບັນດາທ່ານຫົວໜ້າກົມ-ຮອງຫົວໜ້າກົມອົງການໄອຍະການປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນແຂວງ, ອົງການໄອຍະການປະຊາຊົນເຂດ, ເຂດປະຈຳເມືອງ, ພະແນກໄອຍະການທະຫານແຂວງ ພ້ອມດ້ວຍພະນັກງານ-ລັດຖະກອນ ຂອງອົງການໄອຍະການປະຊາຊົນພາຍໃນແຂວງອຸດົມໄຊ ເຂົ້າຮ່ວມ. ໃນວາລະດັ່ງກ່າວ ທ່ານ ນາງ ສົມຫວັງ ໄຊຍະຕິ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າອົງການໄອຍະການປະຊາຊົນແຂວງອຸດົມໄຊ ໄດ້ຂຶ້ນຜ່ານບົດລາຍງານວຽກງານການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຮອບດ້ານ ປະຈຳ03 ເດືອນຕົ້ນປີ ແລະ ທິດທາງແຜນການ ປະຈຳ 09 ເດືອນທ້າຍປີ 2026 ໂດຍສັງເຂບ ໂດຍໄດ້ຍົກໃຫ້ເຫັນ ດ້ານອອ່ນ-ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງທີ່ຈະຕ້ອງເອົາໃຈໃສ່ປັບປຸງໃນຕໍ່ໜ້າ. ໃນນັ້ນ, ກໍໄດ້ມີການແລກປ່ຽນປະກອບຄຳຄິດຄຳເຫັນກ່ຽວກັບວຽກງານວິຊາສະເພາະດ້ານວິຊາການ ລະຫວ່າງ ບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ ອົງການໄອຍະການປະຊາຊົນສູງສຸດ ແລະ ພະນັກງານອົງການໄອຍະການປະຊາຊົນແຂວງອຸດົມໄຊ ເພື່ອເປັນທິດເຍືອງທາງໃນການປະຕິບັດໜ້າທີ່ວຽກງານໃນຕໍ່ໜ້າ. ໃນໂອກາດດັ່ງກ່າວ ທ່ານ ນາງ ລີວົງ ລາວລີ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍກ່ຽວກັບຜົນງານໃນການປະຕິບັດໜ້າທີ່ວຽກງານທີ່ມີຜົນສຳເລັດຫຼາຍດ້ານ. ພ້ອມທັງ ໄດ້ໂອ້ລົມ ແລະ ເນັ້ນໃຫ້ ສະມາຊິກພັກ-ພະນັກງານ ຂອງ ອົງການໄອຍະການປະຊາຊົນແຂວງ, ອົງການໄອຍະການປະຊາຊົນເຂດ, ເຂດປະຈຳເມືອງ ແລະ ພະແນກໄອຍະການທະຫານແຂວງອຸດົມໄຊ ຈົ່ງເຊີດຊູຄວາມຮັບຜິດຊອບຂອງຕົນໃນການເຮັດລ້ອນໜ້າທີ່ໆພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້, ຮັບໃຊ້ຊາດ, ຮັບໃຊ້ປະຊາຊົນດ້ວຍຄວາມບໍລິສຸດໃຈ, ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ, ຄຸນທາດການເມືອງ, ຈັນຍາບັນ, ຈັນຍາທຳ, ລະບອບແບບແຜນວິທີການເຮັດວຽກ, ການພົບປະກັບປະຊາຊົນ, ສ້າງກົນໄກປະສານງານກັບພາກສ່ວນທີ່ກ່ຽວຂ້ອງ ໃນການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການສັ່ງຟ້ອງຂຶ້ນສານ. ພ້ອມກັນນັ້ນ, ໃຫ້ເພີ່ມທະວີ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ແລະ ມະຕິປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກ ອົງການໄອຍະການປະຊາຊົນສູງສຸດ ກໍຄື ແຜນພັດທະນາວຽກງານໄອຍະການປະຊາຊົນ 5 ປີ (2026-2030) ໂດຍສະເພາະ 6 ແຜນງານ, 27 ໂຄງການ, 104 ກິດຈະກໍາ ທີ່ໄດ້ວາງອອກ ແລະ ນໍາເອົາເນື້ອໃນຈິດໃຈຊີ້ນໍາໃນຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຂອງຕົນ ຢ່າງມີຜົນສໍາເລັດ, ພັດທະນາວຽກງານໄອຍະການປະຊາຊົນຕາມທິດກ້າວໜ້າ, ທັນສະໄໝ ແລະ ມີວິທະຍາສາດ. ຈາກນັ້ນ, ທ່ານຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ມອບເຄື່ອງໃຊ້ຫ້ອງການ ໂດຍມອບ ເຄື່ອງຄອມພິວເຕີຕັ້ງໂຕະ ຈຳນວນ 02 ຊຸດ ແລະ ເຄື່ອງປີ່ນເຕີ 02 ເຄື່ອງ. ໃຫ້ເເກ່ ອົງການໄອຍະການປະຊາຊົນແຂວງ ແລະ ພະແນກໄອຍະການທະຫານແຂວງອຸດົມໄຊ ເພື່ອນຳໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານໃຫ້ມີຜົນສຳເລັດ.
ແຂວງ ອຸດົມໄຊ
ວໜ້າອົງການໄອຍະການປະຊາຊົນສູງສຸດ ເຄື່ອນໄຫວຊີ້ນຳຊຸກຍູ້ວຽກງານຮອບດ້ານ ຢູ່ ແຂວງອຸດົມໄຊ
ໂດຍສັກ
ວັນທີ14 ພຶດສະພາ 2026
ເຂົ້າຊົມ5
ແບ່ງປັນ:

ປະມວນພາບກິດຈະກຳ

