ແຂວງ ອຸດົມໄຊ

ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຢ້ຽມຢາມ, ພົບປະເລຂາຄະນະບໍລິຫານງານພັກເມືອງງາ ແຂວງອຸດົມໄຊ

ໂດຍສັກ
ວັນທີ14 ພຶດສະພາ 2026
ເຂົ້າຊົມ4
ແບ່ງປັນ:
ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຢ້ຽມຢາມ, ພົບປະເລຂາຄະນະບໍລິຫານງານພັກເມືອງງາ ແຂວງອຸດົມໄຊ
ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຢ້ຽມຢາມ, ພົບປະເລຂາຄະນະບໍລິຫານງານພັກເມືອງງາ ແຂວງອຸດົມໄຊ

ໃນຕອນເຊົ້າຂອງວັນທີ 12 ພຶດສະພາ 2026, ທ່ານ ນາງ ລີວົງ ລາວລີ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຢາມ, ພົບປະ ທ່ານ ໂອທິບ ຟອງປະດິດ ເລຂາຄະນະບໍລິຫານງານພັກເມືອງ, ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງງາ ແຂວງອຸດົມໄຊ ພ້ອມທັງແຈ້ງຈຸດປະສົງ ຂອງການລົງເຄື່ອນໄຫວທ້ອງຖີ່ນໃນການລົງຕິດຕາມຊຸກຍູ້ວຽກງານ ຢູ່ ແຂວງອຸດົມໄຊ ໃຫ້ຊາບ ແລະ ພ້ອມທັງເຂົ້າຮ່ວມເປັນປະທານໃນພິທີປະກາດການແຕ່ງຕັ້ງພະນັກງານອົງການໄອຍະການປະຊາຊົນເຂດI ປະຈຳເມືອງງາ ແລະ ພິທີ ເປີດຫ້ອງການອົງການໄອຍະການປະຊາຊົນເຂດ I ປະຈຳເມືອງງາ ແຂວງອຸດົມໄຊ. ໃນໂອກາດດັ່ງກ່າວ ທ່ານ ໂອທິບ ຟອງປະດິດ ເລຂາຄະນະບໍລິຫານງານພັກເມືອງ, ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງງາ ແຂວງອຸດົມໄຊ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຂອບໃຈຢ່າງສູງ ມາຍັງການນໍາອົງການໄອຍະການປະຊາຊົນສູງສຸດ ພ້ອມດ້ວຍຄະນະ ທີ່ໄດ້ມາຢ້ຽມຢາມ ແລະ ເຄື່ອນໄຫວວຽກງານຢ່າງໃກ້ຊິດຕິດແທດ ໃນຄັ້ງນີ້. ພ້ອມນັ້ນ, ທ່ານໄດ້ລາຍງານກ່ຽວກັບເມືອງ ແລະ ພື້ນຖານໂຄງລາງ, ວຽກງານຈຸດສຸມ ຂອງເມືອງງາໃຫ້ຄະນະນໍາອົງການໄອຍະການປະຊາຊົນສູງສຸດຊາບ ແລະ ຈະສົ່ງເສີມ, ຊຸກຍູ້ວຽກງານໃນຂົງເຂດອ້ອມຂ້າງເພື່ອເປັນກຳລັງແຮງໃນການປະຕິບັດໜ້າທີ່ ຂອງອົງການໄອຍະການປະຊາຊົນເຂດ I ປະຈຳເມືອງງາ ແຂວງອຸດົມໄຊ ເພື່ອເປັນການຕິດຕາມກວດກາການເຄົາລົບ, ປະຕິບັດກົດໝາຍ ແລະ ສັ່ງຟ້ອງຜູ້ຖືກຫາຂຶ້ນສານຕາມກົດໝາຍຢ່າງສັກສິດ.